ສື່ມວນຊົນ ອີຢິບ ຕີລາຄາສູງແງ່ຫວັງການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອີຢິບ

(VOVWORLD) - ກ່ອນການຢ້ຽມຢາມທາງລັດຖະກິດປະເທດ ອີຢິບ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໃນລະຫວ່າງວັນທີ 25 – 29 ສິງຫາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi,

ໜັງສືພິມລາຍວັນ Al-Messa ຂອງ ອີຢິບ ສະບັບອອກວັນທີ 23 ສິງຫາ ໄດ້ຄັດສະເໜີບົດຂຽນຂອງຜູ້ຂຽນ Reefat Khaled, ໃນນັ້ນ ຕີລາຄາສູງແງ່ຫວັງການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອີຢິບ. ບົດຂຽນຢືນຢັນການພົວພັນມິດຕະພາບ ແລະ ການຮ່ວມມືໃນຫລາຍດ້ານລະຫວ່າງ 2 ປະເທດຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່ ພາຍຫລັງທ່ານປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມ Cairo.

        ຕາມຜູ້ຂຽນບົດດັ່ງກ່າວແລ້ວ, ການຢ້ຽມຢາມຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ເຊິ່ງໄດ້ເພີ່ມພູນຄູນສ້າງໃນ 55 ປີຜ່ານມາເລິກເຊິ່ງຕື່ມອີກ.

        ຜູ້ຂຽນກໍ່ສະເໜີບາງມາດຕະການແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຢ່າງມີປະສິດທິຜົນ. ທີ 1,ນັ້ນແມ່ນກ່ຽວກັບການຮ່ວມມືວັດທະນະທຳ ແລະ ການທ່ອງທ່ຽວ, ທີ 2 ແມ່ນຊຸກຍູ້ການເຄື່ອນໄຫວດ້ານການຄ້າ 2 ຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ