ສື່ມວນ​ຊົນ ອານ​ເຊ​ຣີ ​ຍ້ອງ​ຍໍສັນ​ລະ​ເສີນ ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ ການປະ​ຕິ​ວັດ​ເດືອນ​ສິງ​ຫາ 1945

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2020), ໃນຊຸມວັນນີ້, ມີໜັງສືພິມຫຼາຍສະບັບ ແລະ ເວັບໄຊທີ່ມີອິດທິພົນຊື່ສຽງຂອງ ອານເຊຣີຄື: La tribune des lecteurs, La tribune diplomatique internationale, Algérie actualité, Reporters, Algérie patriotique, Algérie 360… …ໄດ້ລົງບົດຂຽນຫຼາຍບົດກ່ຽວກັບການປະຕິບັດເດືອນສິງຫາຂອງຫວຽດນາມ.
ສື່ມວນ​ຊົນ ອານ​ເຊ​ຣີ ​ຍ້ອງ​ຍໍສັນ​ລະ​ເສີນ ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ ການປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 - ảnh 1ພາບປະກອບ: TTXVN 

ເນື້ອໃນຂອງບົດຂຽນໄດ້ສຸມໃສ່ຍົກໃຫ້ເຫັນຄວາມໝາຍໂດດເດັ່ນຂອງການປະຕິວັດເດືອນສິງຫາ 1945 ເມື່ອ ຢັ້ງຢືນວ່າ ນີ້ແມ່ນໄຊຊະນະອັນຍິ່ງໃຫຍ່ທຳອິດຂອງປະຊາຊົນຫວຽດນາມ ນັບແຕ່ມີ ພັກກອມມູນິດຫວຽດນາມ ນຳພາ. ທ່ານ ຫງວຽນແທັງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ຖືວ່າ: ບັນດາບົດຂຽນກ່ຽວກັບຫວຽດນາມ ຂອງນັປະພັນອານເຊຣີ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການໂຄສະນາພາບພົດຂອງຫວຽດນາມ ຫຼາຍກ່ວາອີກ, ຍົກສູງຄວາມເຂົ້າໃຈຂອງ ມວນຊົນອານເຊຣີ, ພິເສດແມ່ນໄວໜຸ່ມສຳລັບຫວຽດນາມ ກໍ່ຄືການພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ