ສື່ມວນຊົນ ອາເມລິກາ ຕີລາຄາສະພາບການລົງທຶນຢູ່ ຫວຽດນາມ

(VOVWORLD) - ຜູ້ຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນປະເທດ ຂະຫຍັນຂັນເຄື່ອນໃນການປະຕິຮູບ ແລະ ປະຈຸບັນພວມນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ.
ສື່ມວນຊົນ ອາເມລິກາ ຕີລາຄາສະພາບການລົງທຶນຢູ່ ຫວຽດນາມ - ảnh 1ພາບປະກອບ

ຫວຽດນາມ ແມ່ນສະຖານທີ່ເປັນໜ້າລົງທຶນທີ່ສຸດຢູ່ ອາຊຽນ ໃນຊຸມປີຈະມາເຖິງ ແລະ ຂໍ້ສັງເກດດັ່ງກ່າວແມ່ນອີງໃສ່ຫຼັກການຕົວຈິງ ແລະ ຊັດເຈນ ຄືເລື່ອງເພີ່ມທະວີການຫັນເສດຖະກິດເປັນຫຼາຍຮູບຫຼາຍແບບ, ການເຊື່ອມໂຍງເຂົ້າກັບສາກົນ, ການປະຕິຮູບກົດໝາຍແຫ່ງການລົງທຶນ ແລະ ນະໂຍບາຍເສດຖະກິດມີປະສິດທິຜົນ. ການຕີລາຄານີ້ໄດ້ຍົກອອກມາໃນສື່ເອເລັກໂຕນິກ mondaq.com ໄດ້ເອົາລົງຫວ່າງແລ້ວນີ້.

        ຜູ້ຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນປະເທດ ຂະຫຍັນຂັນເຄື່ອນໃນການປະຕິຮູບ ແລະ ປະຈຸບັນພວມນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ. ກຳລັງພາຍໃນຂອງພື້ນຖານເສດຖະກິດໄດ້ສະແດງຜ່ານບັນດາດັດຊະນີເສດຖະກິດມະຫາພາກໄດ້ຮັບການຄວບຄຸມ, ສະມັດຕະພາບເພີ່ມຂຶ້ນສູງ ແລະ ການເຊື່ອມໂຍງເລິກເຊິ່ງ ກ້ວາງຂວາງເຂົ້າໃນພື້ນຖານເສດຖະກິດພາກພື້ນ ແລະ ທົ່ວໂລກ. ນີ້ແມ່ນຈຸດເວລາເພື່ອໃຫ້ບັນດານັກລົງທຶນເລີ່ມປະຕິບັດແຜນການດຳເນີນທຸລະກິດ ແລະ ຍາດແຍ່ງເອົາບັນດາກາລະໂອກາດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ