ສື່ມວນ​ຊົນ ຮຸງ​ກາ​ຣີ ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງມາ​ຢ້ຽມ​ຢາມ ຮຸງ​ກາ​ຣີ

(VOVWORLD) - ການຢ້ຽມຢາມ ຮຸງກາຣີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຮັດໃຫ້ການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ການຮ່ວມມືດ້ານສຶກສາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…, ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນໃນບັນດາເວທີປາໄສຫຼາຍຝ່າຍ…
ສື່ມວນ​ຊົນ ຮຸງ​ກາ​ຣີ ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງມາ​ຢ້ຽມ​ຢາມ ຮຸງ​ກາ​ຣີ - ảnh 1ສື່ມວນຊົນ ຮຸງກາຣີ ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຢ້ຽມຢາມ ຮຸງກາຣີ (ພາບ: VOV)

ໃນ 2 ມື້ຜ່ານມາ, ສື່ມວນຊົນ ຮຸງກາຣີ ໄດ້ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຢ້ຽມຢາມ ຮຸງກາຣີ. ໃນບາງເວັບໄຊສື່ມວນຊົນຂອງ ຮຸງກາຣີ ເຊັ່ນ, ສຳນັກຂ່າວສານ ຮຸງກາຣີ, index.hu, magyarnemzet.hu…) ລ້ວນແຕ່ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເດີນທາງມາຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ໃນວັນທີ 18 ມັງກອນ (ຕາມເວລາທ້ອງຖິ່ນ). ໜັງສືພິມຕ່າງໆໄດ້ເນັ້ນໜັກວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ ຮຸງກາຣີ ແລະ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ການຢ້ຽມຢາມ ຮຸງກາຣີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຮັດໃຫ້ການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ການຮ່ວມມືດ້ານສຶກສາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…, ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນໃນບັນດາເວທີປາໄສຫຼາຍຝ່າຍ… ບັນດາພາຫະນະສື່ມວນຊົນ ຮຸງກາຣີ ຖືວ່າ ການພົບປະຂັ້ນສູງລະຫວ່າງນາຍົກລັດຖະມົນຕີສອງປະເທດໃນຄັ້ງນີ້ ມີຄວາມສຳຄັນດ້ານປະຫວັດສາດ, ຍົກສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ອີງໃສ່ການຮ່ວມມືຢ່າງແໜ້ນແຟ້ນໃນສິບໆປີຜ່ານມາ ແລະ ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເປີດກາລະໂອກາດຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ