ສື່ມວນຊົນ ຮຸງກາຣີ, ຣູມານີ ຕີລາຄາສູງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

(VOVWORLD) - ໜັງສືພິມສື່ເອເລັກໂຕນິກ “ປະຊາຊົນ ຮຸງກາຣີ” ໄດ້ລົງບົດຂຽນ, ໃນນັ້ນເນັ້ນໜັກເຖິງການພົວພັນ “ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ” ທີ່ພວມພັດທະນາຢ່າງດີງາມໃນບັນດາຂົງເຂດ
ສື່ມວນຊົນ ຮຸງກາຣີ, ຣູມານີ ຕີລາຄາສູງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ - ảnh 1
ນາຍົກລັດຖະມົນຕີ ສອງປະເທດ ເປັນສັກຂີພະຍານພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການຕ່າງປະເທດສອງປະເທດ
(ພາບ: VOV)

ແຕ່ວັນທີ 18 ມັງກອນ ມາຮອດປະຈຸບັນນີ້, ສື່ມວນຊົນຂອງ ຮຸງກາຣີ ແລະ ຮູມານີ ສະແດງຄວາມສົນໃຈພິເສດ, ອອກຂ່າວ, ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

        ວັນທີ 18 ມັງກອນ, ໜັງສືພິມສື່ເອເລັກໂຕນິກ “ປະຊາຊົນ ຮຸງກາຣີ” ໄດ້ລົງບົດຂຽນ, ໃນນັ້ນເນັ້ນໜັກເຖິງການພົວພັນ “ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ” ທີ່ພວມພັດທະນາຢ່າງດີງາມໃນບັນດາຂົງເຂດ, ຍ້ອງຍໍຊົມເຊີຍບັນດາຜົນງານແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ; ຢັ້ງຢືນນ້ຳໃຈ “ກ້າຄິດກ້າທຳ” ຂອງລັດຖະບານ ຫວຽດນາມ ໄດ້ປະກອບສ່ວນນຳປະເທດຊາດໃຫ້ນັບມື້ນັບພັດທະນາ ແລະ ເຊື່ອມໂຍງ ເຂົ້າກັບໂລກຢ່າງເລິກເຊິ່ງ, ກ້ວາງຂວາງ.

        ໜັງສືພິມລາຍວັນ MagyarNemzet ສະບັບອອກໃນວັນທີ 19 ມັງກອນ, ໄດ້ມີບົດຂຽນ “ຫວຽດນາມ ສ້າງບັນດາກາລະໂອກາດໃຫຍ່”, ໃນນັ້ນ, ໄດ້ຢັ້ງຢືນການຢ້ຽມຢາມ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນມີຄວາມໝາຍສຳຄັນສຳລັບຮຸງກາຣີ; ບັນດາເອກະສານໄດ້ເຊັນລະຫວ່າງສອງຝ່າຍຈະສ້າງຫຼາຍກາລະໂອກາດໃຫຍ່ໃຫ້ແກ່ການສົ່ງອອກ ແລະ ການລົງທຶນສຳລັບພື້ນຖານເສດຖະກິດ ຮຸງກາຣີ.

        ໜັງສືພິມ “ປະຊາຊາດ ຮຸງກາຣີ” ສະບັບອອກວັນທີ 20 ມັງກອນ ສືບຕໍ່ລົງບົດຄົ້ນຄ້ວາລົງເລິກສະເພາະ ກ່ຽວກັບ “ເອີລົບ ກາງ ແລະ ເອີລົບ ຕາເວັນອອກ ອາດສາມາດຖອດຖອນຫຼາຍບົດຮຽນຈາກ ຫວຽດນາມ” ຂອງນັກວິເຄາະ Klemensits Peter, ໃນນັ້ນໄດ້ເນັ້ນໜັກການພົວພັນທີ່ເປັນມູນເຊື້ອ, ມິດຕະພາບໃນຕະຫຼອດ 74 ປີຜ່ານມາ ລະຫວ່າງສອງປະເທດ ທີ່ໄດ້ຮັບການສ້າງຕັ້ງບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ, ສືບຕໍ່ແມ່ນທ່າອ່ຽງເຊິ່ງສອງປະເທດຄວນຊຸກຍູ້ໃນສະພາບການໂລກທີ່ສັບສົນຄືໃນປະຈຸບັນ.

        ສ່ວນບັນດາສື່ເອເລັກໂຕນິກ ຂອງ ຣູມານີ, ຄື: “ສຽງເວົ້າ Maramures”, hotnews.ro, ground.news, lumea.ro, ziaruprofit.ro ກໍ່ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຣູມານີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ