ສື່ມວນ​ຊົນ ເຊັກ​ໂກ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຫວຽດນາມຖືກຈັດເຂົ້າໃນກຸ່ມຈຳນວນໜ້ອຍປະເທດທີ່ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນ.
ສື່ມວນ​ຊົນ ເຊັກ​ໂກ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ຜູ້ຕິດເຊື້ອພະຍາດໂຄວິດ - 19 ຄົນທີ 149 ຮັບໃບຢັ້ງຢືນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ (ພາບ: ຈາກໂຮງໝໍ) 

        ສະຖານີວິທະຍຸກະຈາຍສຽງ ເຊັກໂກ (Rohlas.cz) ຫາກໍຄັດສະເໜີ ການຕີລາຄາຂອງ ມະຫາວິທະຍາໄລ Johns Hopkins ຢູ່ ອາເມລິກາ ທີ່ຖືວ່າ ຫວຽດນາມຖືກຈັດເຂົ້າໃນກຸ່ມຈຳນວນໜ້ອຍປະເທດທີ່ຄວບຄຸມໂລກລະບາດໂຄວິດ - 19 ສຳເລັດ. ໄລ່ມາຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມມີພຽງແຕ່ 288 ກໍລະນີ ເທົ່ານັ້ນ, ຍັງບໍ່ມີກໍລະນີໃດເສຍຊີວິດ ແລະ ໃນຫຼາຍອາທິດຜ່ານມາ ກໍ່ບໍ່ມີກໍລະນີຕິດເຊື້ອໃນວົງຄະນະຍາດ.

        ໜັງສືພິມລາຍວັນ idnes.cz ຖືວ່າ ຫວຽດນາມ ໄດ້ສ້າງສິ່ງມະຫັດສະຈັນ ເມື່ອຄວບຄຸມໄດ້ອັດຕາຜູ້ຕິດເຊື້ອຢູ່ໃນລະດັບຕ່ຳສຸດ ເຖິງວ່າ ຫວຽດນາມ ມີຊາຍແດນຕິດກັບ ຈີນ, ເຊິ່ງເປັນບ່ອນທີ່ໂລກລະບາດໂຄວິດ - 19 ແຜ່ລະບາດນັບແຕ່ຕົ້ນປີ 2020 ກໍຕາມ.

        ສ່ວນສຳນັກຂ່າວສານ ເຊັກໂກ ກໍ່ໄດ້ຄັດສະເໜີຂ່າວໃນເວັບໄຊ Worldcrunch ໂດຍຖືວ່າ ລັດຖະບານຫວຽດນາມ ໄດ້ເລືອກເຟັ້ນຍຸດທະສາດປ້ອງກັນ ແລະ ສະກັດກັ້ນໂລກລະບາດ ດ້ວຍລະດັບຄ່າໃຊ້ຈ່າຍຕ່ຳ. ແທນທີ່ຈະດຳເນີນການກວດວິໄຈແບບທົ່ວໄປ, ຫວຽດນາມພັດ ໄດ້ສຸມໃສ່ການກວດພົບບັນດາກໍລະນີຕິດເຊື້ອໂດຍໄວ, ຈຳກັດບໍລິເວນ ແລະ ສືບຫາບັນດາກໍລະນີທີ່ມີການສຳຜັດໃກ້ກັບຜູ້ຕິດເຊື້ອ. ຫວຽດນາມ ພ້ອມກັບ ນິວຊີແລນ, ສ.ເກົາຫຼີ ແລະ ສະໂລວາກີ ແມ່ນບັນດາປະເທດທີ່ປະສົບຜົນສຳເລັດໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງປະເທດອື່ນໆ ອາດສາມາດຮ່ຳຮຽນຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ