ສື່ມວ​ນ​ຊົນ ເນ​ປານ ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ຂອງ ຫວຽດ​ນາມ ໃນ​ການຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ວັນທີ 12 ພຶດສະພາ, ເວັບໄຊ peoplesreview.com.np ຂອງ ເນປານ ໄດ້ລົງບົດຂຽນຕີລາຄາບັນດາບາດກ້າວຕັດສິນຊີ້ຂາດ ຂອງ ຫວຽດນາມ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ສຸຂະພາບຂອງປະຊາຊົນ ແລະ ພື້ນຖານເສດຖະກິດ.

ສື່ມວ​ນ​ຊົນ ເນ​ປານ ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ຂອງ ຫວຽດ​ນາມ ໃນ​ການຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນດີພໍສົມຄວນ ຍ້ອນມີບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຜ່ານບັນດາການກະທຳທີ່ຮີບດ່ວນ ແລະ ຂ້ຽວຂາດຂອງລັດຖະບານ, ໃນຂະນະນັ້ນ ປະຊາຊົນ ກໍ່ປະຕິບັດ ແລະ ຮັກສາບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໃນນັ້ນມີການແຍກຫ່າງສັງຄົມ. ບົດຂຽນໄດ້ຕີລາຄາວ່າ ໂລກລະບາດໂຄວິດ - 19 ຍັງສະແດງໃຫ້ເຫັນກຳລັງທົນທານຢ່າງໝັ້ນແກ່ນຂອງ ພື້ນຖານເສດຖະກິດ ຫວຽດນາມ. ປີ 2020, ໃນຂະນະທີ່ສ່ວນຫຼາຍປະເທດມີການເຕີບໂຕເປັນລົບ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຫວຽດນາມ ຍັງແມ່ນໜຶ່ງໃນຈຳນວນໜ້ອຍ ຂອງພື້ນຖານເສດຖະກິດທີ່ ມີການເຕີບໂຕບັນລຸລະດັບສູງ, ດ້ວຍຍອດຜະລິດຕະພັນພາຍໃນປະເທດ ເພີ່ມຂຶ້ນ 2,91%. ຄາດວ່າ, ການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ອາດຈະບັນລຸລະດັບ 6,5% ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ