ສື່​ມວ​ນຊົນ ເຢຍ​ລະ​ມັນ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ O.Scholz ເຮັດ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

(VOVWORLD) -ໃນຊຸມມື້ນີ້, ສື່ມວນຊົນ ເຢຍລະມັນ ໄດ້ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Olaf Scholz ໃນລະຫວ່າງວັນທີ 13 – 14 ພະຈິກ, ໂດຍຢັ້ງຢືນວ່າ ນີ້ແມ່ນໂອກາດທີ່ດີທີ່ສຸດເພື່ອໃຫ້ສອງປະເທດຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ສື່​ມວ​ນຊົນ ເຢຍ​ລະ​ມັນ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ O.Scholz ເຮັດ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1ທ່ານນາຍົກລັດຖະມົນຕີ Olaf Scholz  (ພາບ: AFP/TTXVN)

ບົດຂຽນທີ່ເອົາລົງໃນເວັບໄຊຂອງສະຖາບັນ Konrad Adenauer Stiftung (KAS) ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງສອງປະເທດໄດ້ລົງນາມແຕ່ປີ 2011, ສ້າງກາລະໂອກາດເພື່ອເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ. ໄປຄຽງຄູ່ກັນນັ້ນ, ເລື່ອງຄະນະວິສາຫະກິດ ເຢຍລະມັນ ຮ່ວມເດີນທາງໃນການຢ້ຽມຢາມຄັ້ງນີ້ ຈະສ້າງກຳລັງໜູນສຳຄັນແກ່ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງຝ່າຍ.

        ໃນຂະນະນັ້ນ, ອີກບົດຂຽນໜຶ່ງໃນໜັງສືພິມ Neues Deutschland ໄດ້ໃຫ້ຂໍ້ສັງເກດວ່າ ປັດຈຸບັນ ຫວຽດນາມ ແມ່ນບ່ອນລົງທຶນທີ່ດູດດື່ມສຳລັບວິສາຫະກິດ ເຢຍລະມັນ. ຫ້ອງການການຄ້າ ແລະ ອຸດສາຫະກຳ ເຢຍລະມັນ ຕີລາຄາສູງຕໍ່ “ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງລັດຖະບານ ຫວຽດນາມ” ໃນການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ