ສື່ມວນຊົນ ເຢຍ​ລະ​ມັນ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່ດູດດຶ່ມ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ

(VOVWORLD) -ວິກິດການໂລກລະບາດໂຄວິດ-19 ໄດ້ສະແດງໃຫ້ເຫັນວ່າບັນດາບໍລິສັດຕ້ອງປະເຊີນໜ້າກັບຄວາມສ່ຽງເມືອລະບົບການສະໜອງຂຶ້ນກັບແຕ່ລະປະເທດຢູ່ດ່ຽວ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເຂົາເຈົ້າປ່ຽນແປງທັດສະນະເພື່ອຊອກຫາບັນດາປະເທດມີເງື່ອນໄຂຄວາມສະດວກກວ່າ.
ສື່ມວນຊົນ ເຢຍ​ລະ​ມັນ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່ດູດດຶ່ມ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ - ảnh 1ໂຮງງານຜະລິດເຄື່ອງອາໄຫຼ່ໂທລະສັບມືຖືຂອງບໍລິສັດ Samsung Electronics (ພາບ:TTXVN)

ຄັດສະເໜີບົດຂ່າວທີ່ເອົາລົງໃນເວັບໄຊ Handelsblatt (ການຄ້າ) ຂອງ ເຢຍລະມັນ ໃນວັນທີ 13 ສິງຫາ ໃຫ້ຮູ້ວ່າໃນການກຳນົດທິດອະນາຄົດ, ບໍລິສັດສະກອັດ Tesa ຂອງ ເຢຍລະມັນ ຢາກເປີດກ້ວາງການຜະລິດ ແລະ ໄດ້ເລືອກເອົາທາງພາກເໜືອຂອງ ຫວຽດນາມ ເປັນບ່ອນລົງທຶນດ້ວຍມູນຄ່າປະມານ 55 ລ້ານ euro (65 ລ້ານ USD) ເພື່ອແນໃສ່ກໍ່ສ້າງໂຮງງານດ້ວຍເນື້ອທີ່ກ້ວາງປະມານ 70.000m2 ໃຫ້ແກ່ການເຄື່ອນໄຫວຜະລິດ, ຄາດຄະເນແມ່ນປີ 2023.

ກໍ່ຕາມບົດຂ່າວແລ້ວ, ດ້ວຍຈຳນວນພົນລະເມືອງປະມານ 100 ລ້ານຄົນ, ຫວຽດນາມ ມີແງ່ຫວັງຫຼາຍພໍສົມຄວນໃນການໝູນໃຊ້ທ່າໄດ້ປຽບຂອງການພັດທະນາ. ກອງທຶນເງິນຕາສາກົນ (IMF) ໄດ້ຄາດຄະເນວ່າ ຫວຽດນາມ ຕັ້ງຫວັງການເຕີບໂຕເສດຖະກິດໃນປີນີ້ໃຫ້ໄດ້ເກືອບ 3%.

ຕາມ ເວັບໄຊ Handelsblatt ແລ້ວ, ບໍ່ພຽງແຕ່ເປີດກ້ວາງການຄ້າເສລີກັບ ເອີລົບ ເທົ່ານັ້ນ, ດ້ວຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ຫວຽດນາມ ໄດ້ເຂົ້າຮ່ວມພາກພື້ນການຄ້າເສລີກັບບັນດາປະເທດຄື ຍີ່ປຸ່ນ, ການາດາ, ເມັກຊິໂກ ມາແຕ່ປີ 2018. ຫວຽດນາມກໍ່ພວມເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ໃນນັ້ນມີ ຈີນ ແລະ ອົດສະຕາລີ, ຫວຽດນາມ ກໍ່ພວມປຶກສາຫາລືກ່ຽວກັບສັນຍາການຄ້າເສລີກັບ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ