ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Olaf Scholz

(VOVWORLD) -ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃນລະຫວ່າງວັນທີ 13 – 14 ພະຈິກ, ຫວັງວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດກວ່າອີກ
ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Olaf Scholz - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
(ພາບ: AFP/TTXVN)

ວັນທີ 12 ພະຈິກ, ສື່ມວນຊົນ ເຢຍລະມັນ ໄດ້ລົງຂ່າວ/ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃນລະຫວ່າງວັນທີ 13 – 14 ພະຈິກ, ຫວັງວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດກວ່າອີກ.

ມີໜັງສືພິມຫຼາຍສະບັບຂອງ ເຢຍລະມັນ ຄື: Welt, Spiegel, Merkur, ວິທະຍຸກະຈາຍສຽງ ເຢຍລະມັນ (Deutschlandfunk)... ລ້ວນແຕ່ໃຫ້ຂ່າວກ່ຽວກັບການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ໜັງສືພິມ ໄປສະນີແມ່ນ້ຳ Rhein (RP) ໄດ້ລົງພິມຂ່າວທີ່ວ່າ ຕອນຄ່ຳວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ Olaf Scholz ພ້ອມກັບຄະນະວິສາຫະກິດ ໄດ້ເດີນທາງອອກຈາກ Berlin ເລີ່ມໄປປະຕິບັດງານຢູ່ອາຊີເປັນເວລາ 4 ວັນ, ເຊິ່ງແມ່ນການໄປປະຕິບັດງານເປັນຫຼາຍມື້ທີ່ສຸດຂອງການນຳ ເຢຍລະມັນ ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງໃນເດືອນ ທັນວາ 2021. ຫວຽດນາມ ເປັນປະເທດທຳອິດໃນການໄປປະຕິບັດງານຂອງທ່ານ Olaf Scholz. ໜັງສື່ພິມການຄ້າ (Handelsblatt) ຢືນຢັນວ່ນ ບັນດາວິສາຫະກິດຂອງ ເຢຍລະມັນ ນັບມື້ນັບຫັນປ່ຽນການຜະລິດມາ ຫວຽດນາມ ເພື່ອຫຼີກລ້ຽງຄວາມສ່ຽງ. ກ່ຽວຂ້ອງເຖິງການພົວພັນລະຫວ່າງ ເຢຍລະມັນ - ຫວຽດນາມ, ວົງການເຈົ້າໜ້າທີ່ ເຢຍລະມັນ ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານເສຖະກິດຢ່າງແຮງຂອງ ເຢຍລະມັນ, 2 ຝ່າຍສາມາດເປີດກວ້າງບັນດາຮູບແບບຮ່ວມມືທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ