ສື່ມວນຊົນ ແລະ ວົງການວິສາຫະກິດສາກົນຕີລາຄາສູງກາລະໂອກາດຈາກ EVFTA

(VOVWORLD) -ເມື່ອສັນຍາການຄ້າເລີ່ມມີຜົນສັກສິດໃນຕົ້ນເດືອນ ສິງຫາ ຈະມາເຖິງນັ້ນ, EVFTA ຈະຊ່ວຍເພີ່ມ 44% ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອີຢູ ໃນປີ 2030.
ສື່ມວນຊົນ ແລະ ວົງການວິສາຫະກິດສາກົນຕີລາຄາສູງກາລະໂອກາດຈາກ EVFTA - ảnh 1

ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (ອີຢູ) ແລະ ຫວຽດນາມ (EVFTA) ບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມ ຊຸກຍູ້ການຜະລິດ ແລະ ການສົ່ງອອກເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດເອີລົບ ເພີ່ມທະວີການປະກົດຕົວຢູ່ປະເທດອາຊີ ທີ່ຫາກໍ່ພົ້ນເດັ່ນຂຶ້ນນີ້ອີກດ້ວຍ. ນີ້ແມ່ນຂໍ້ສັງເກດຈາກບັນດາສຳນັກຂ່າວສານ ແລະ ການນຳສະຫະສະມາຄົມວິສາຫະກິດເຢຍລະມັນ ຍົກອອກມາ ພາຍຫຼັງທີ່ສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນຂໍ້ຕົກລົງດ້ານການຄ້າໃນວັນທີ 08 ມິຖຸນາ.

        ສຳນັກຂ່າວສານເຢຍລະມັນ DPA ໃຫ້ຮູ້ວ່າ, ເມື່ອສັນຍາການຄ້າເລີ່ມມີຜົນສັກສິດໃນຕົ້ນເດືອນ ສິງຫາ ຈະມາເຖິງນັ້ນ, EVFTA ຈະຊ່ວຍເພີ່ມ 44% ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອີຢູ ໃນປີ 2030.

        ສ່ວນໜັງສືພິມອອນລາຍ DW ຖືວ່າ, ຂໍ້ຕົກລົງດ້ານການຄ້າກັບຫວຽດນາມ ແມ່ນຂໍ້ຕົກລົງມີຄວາມມັກໃຫຍ່ໄຝ່ສູງທີ່ສຸດຂອງອີຢູ ກັບປະເທດພວມພັດທະນາ. ຂໍ້ຕົກລົງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ຊຸກຍູ້ພື້ນຖານເສດຖະກິດ ໃນສະພາບເກີດໂລກລະບາດໂຄວິດ-19 ຄືໃນປະຈຸບັນ.

        ສ່ວນທ່ານ Manfred Junkert, ຫົວໜ້າສະຫະສະມາຄົມເກີບໜັງເຢຍລະມັນ ກໍ່ໄດ້ຕີລາຄາສູງຕໍ່ເລື່ອງສັນຍາ EVFTA ໄດ້ຮັບການຮັບຮອງເອົາ ເຊິ່ງແມ່ນສັນຍານສຳຄັນສຳລັບການຄ້າເສລີ ແລະ ຕ້ານລັດທິອາລັກຂາດ້ານການຄ້າ.

        ສ່ວນໜັງສືພິມ Nikkei Asia Reviwe ຂອງຍີ່ປຸ່ນ ໄດ້ໄຈ້ແຍກວ່າ, ເມື່ອສັນຍາເລີ່ມມີຜົນສັກສິດໃນຕົ້ນເດືອນ ສິງຫາ 2020, ຫວຽດນາມ ຈະກາຍເປັນປະເທດທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ລົງນາມໃນສັນຍາ EVFTA, ຖັດຈາກສິງກະໂປ. ແນ່ນອນວ່າ, EVFTA ຈະເຮັດໃຫ້ອີຢູ ກາຍເປັນລູກຄ້າໃຫຍ່ກວ່າຂອງຫວຽດນາມ. ພິເສດ, ບັນດາຂະແໜງຕ່ຳແຜ່ນຕັດຫຍິບ, ເກີບໜັງ ຈະບັນລຸລະດັບເຕີບໂຕຢ່າງແຮງ.

        ກໍ່ຕາມໜັງສືພິມນີ້,  ກ່ຽວກັບຝ່າຍອີຢູ, EVFTA ຈະຊ່ວຍໃຫ້ອີຢູ ເພີ່ມທະວີຄວາມສາມາດສຳຜັດກັບຕະຫຼາດທີ່ດູດດື່ມ. ສະເພາະປະເທດອັງກິດ - ເຊິ່ງແມ່ນປະເທດທີ່ຖອນຕົວອອກຈາກອີຢູ, ຍັງແມ່ນສ່ວນໜຶ່ງຂອງ EVFTA ຈົນຮອດທ້າຍປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ