ສື່ມວນຊົນ ໄດ້ປະກອບສ່ວນສ້າງຜົນສໍາເລັດໃນການເຄື່ອນໄຫວທາງການຕ່າງປະເທດ ປີ 2018

(VOVWORLD) -ສື່ມວນຊົນ ແມ່ນຂົວເຊື່ອມຕໍ່ທີ່ສໍາຄັນ ນໍາບັນດາຂໍ້ມູນຂ່າວສານກ່ຽວກັບການພົວພັນການຕ່າງປະເທດຂອງພັກ, ລັດ ມາເຖິງປະຊາຊົນ ແລະ ອອກສູ່ໂລກ ຢ່າງທັນການ ແລະ ມີປະສິດທິຜົນ
ສື່ມວນຊົນ ໄດ້ປະກອບສ່ວນສ້າງຜົນສໍາເລັດໃນການເຄື່ອນໄຫວທາງການຕ່າງປະເທດ ປີ 2018 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກ່າວຄໍາເຫັນທີ່ການພົບປະກັບສື່ມວນຊົນ ໃນວັນທິ 15 ມັງກອນ (ພາບ:Nguyen Hong)

ໃນການພົບປະກັບຜູ້ຕາງໜ້າບັນດາອົງການສື່ມວນຊົນ ໃນວັນທີ 15 ມັງກອນ ຢູ່ຮ່າໂນ້ຍ ເພື່ອແນໃສ່ສະຫຼຸບບັນດາການເຄື່ອນໄຫວຖະແຫຼງຂ່າວການຕ່າງປະເທດ ໃນປີ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງສື່ມວນຊົນ ແລະ ຖືວ່າ ສື່ມວນຊົນ ແມ່ນຂົວເຊື່ອມຕໍ່ທີ່ສໍາຄັນ ນໍາບັນດາຂໍ້ມູນຂ່າວສານກ່ຽວກັບການພົວພັນການຕ່າງປະເທດຂອງພັກ, ລັດ ມາເຖິງປະຊາຊົນ ແລະ ອອກສູ່ໂລກ ຢ່າງທັນການ ແລະ ມີປະສິດທິຜົນ. ບໍ່ພຽງແຕ່ໂຄສະນາພາບພົດຂອງຫວຽດນາມ ຢູ່ ພາຍໃນປະເທດ ແລະ ອອກສູ່ຕ່າງປະເທດຢ່າງຫຼວງຫຼາຍເທົ່ານັ້ນ, ສື່ມວນຊົນ ຍັງແມ່ນເຄື່ອງມືສໍາຄັນໃນສະໜາມຮົບດ້ານແນວຄິດ ເພື່ອຮັກສາສະພາບແວດລ້ອມຂອງປະເທດຊາດໃຫ້ມີສັນຕິພາບ, ສະຖຽນລະພາບ.

        ທ່ານ ຟ້າມບິ່ງມິນ ຖືວ່າ ປີ 2018 ສືບຕໍ່ແມ່ນປີຫວຽດນາມປະສົບຜົນສໍາເລັດໃນທຸກດ້ານ, ນັບທັງດ້ານການເມືອງ, ເສດຖະກິດ ຕະຫຼອດຮອດ ວັດທະນະທໍາ - ສັງຄົມ. ລະດັບການເຕີບໂຕເສດຖະກິດ ບັນລຸລື່ນກາຍຄາດໝາຍ ທີ່ໄດ້ວາງອອກ ກໍແມ່ນຍ້ອນການປະກອບສ່ວນຂອງບັນດານະໂຍບາຍການຕ່າງປະເທດ ໃນສະໜາມຮົບເສດຖະກິດດຶງດູດການຄ້າ ແລະ ການລົງທຶນຈາກຕ່າງປະເທດ. ໄປຄຽງຄູ່ກັນນັ້ນ, ຍັງຊຸກຍູ້ການພົວພັນສອງຝ່າຍທີ່ພວມມີີ ໃຫ້ກ້າວເຂົ້າສູ່ລວງເລິກ, ຫວຽດນາມ ໄດ້ຈັດຕັ້ງສໍາເລັດບັນດາເຫດການຫຼາຍຝ່າຍທີ່ສໍາຄັນ ຄື ກອງປະຊຸມຂັ້ນສູງ ພາກພື້ນ ແມ່ນໍ້າຂອງເປີດກວ້າງ, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ແລະ ອື່ນໆ, ຍົກອອກບັນດາຂໍ້ສະເໜີແນະ ແລະ ໄດ້ຮັບການຕີລາຄາສູງຈາກສາກົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ບັນດາຜົນສໍາເລັດເຫຼ່ົານັ້ນ ສ່ວນໜຶ່ງແມ່ນຍ້ອນການຊີ້ນໍາອັນຂ້ຽວຂາດຂອງບັນດາອົງການສື່ມວນຊົນໃຫຍ່, ໃນນັ້ນມີ ວິທະຍຸກະຈາຍສຽງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ