ສື່ມວນຊົນກຸຍບາ ໃຫ້ຂ່າວກ່ຽວກັບ ການຢ້ຽມຢາມຫວຽດນາມຂອງທ່ານປະທານ Raul Castro

ສື່ມວນຊົນກຸຍບາ ໃຫ້ຂ່າວກ່ຽວກັບ ການຢ້ຽມຢາມຫວຽດນາມຂອງທ່ານປະທານ Raul Castro - ảnh 1
( ໜັງສືພິມ trabajadores.cu ຂອງກຸຍບາ )

(vovworld) –     ວັນທີ 9/7, ບັນດາ​ພະ​ຫະນະ​ສື່​ມວນ​ຊົນ​ກຸຍ​ບາ ໄດ້​ໃຫ້ຂ່າວ ແລະ ພາບກ່ຽວກັບ​ບັນດາ​ການ​ພົບປະ​ຂອງ​ທ່ານ​ປະທານ Raul Castro ກັບ​ບັນດາການ​ນຳ​ສູງ​ສຸດຂອງຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສັນຖະະວະ​ໄມຕີຫວຽດນາມ ​ແຕ່​ວັນ​ທີ 8 – 9/7. ພາຍ​ໃຕ້​ຫົວ​ຂໍ້​ວ່າ “ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ”, ໜັງສືພິມ​ລາຍ​ວັນGranma - ອົງການກະບອກ​ສຽງຂອງ​ພັກກອມ​ມູນິດສ.ກຸຍ​ບາ ​ໄດ້​ເນັ້ນ​ໜັກ​ວ່າ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ຫ່າງ​ໄກ​ດ້ານ​ພູມ​ມີ​ປະ​ເທດ, ຍາມ​ໃດ ກຸຍ​ບາ ​ແລະ ຫວຽດນາມ ກໍ​ແມ່ນ​ສອງປະ​ເທດອ້າຍ​ນ້ອງນຳ​ກັນ ​ແລະ ສິ່ງງດັ່ງກ່າ​ວ​ໄດ້​ຮັບ​ການ​ຢືນຢັນ​ຄືນ​ໃໝ່​ດ້ວຍ​ການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ​​ຂອງ​ທ່ານ​ພົນ​ເອກ Raul Castro, ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີຄັ້ງ​ນີ້. ໜັງສືພິມ Trabajadores ( ບັນດາ​ຄົນ​ງານ ) ກໍ​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກຸຍ​ບາ ຢູ່​ຫວຽດນາມ ຢ່າງ​ລະອຽດ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​​ເຖິງ​ນ້ຳໃຈ​ພິ​ເສດ​ຊິ່ງບັນດາ​ການ​ນຳ​ຫວຽດນາມ ສະຫງວນ​ໃຫ້​​ແກ່ຄະນະ​ຜູ້​ແທນ​ກຸຍ​ບາ. ໜັງສືພິມ​ໄດ້​ຄັດ​ຄຳ​ເວົ້າຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ທີ່​ວ່າ: “​​ເມື່ອໄດ້ຕ້ອນຮັບ​ສະຫາຍ ​ແລະ ຄະນະ​ຜູ​້​ແທນ​ກຸຍ​ບາ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກວ່າ ​ໄດ້​ຕ້ອນຮັບອ້າຍ​ນ້ອງ​​ໃນ​ຂອບຄົວກັບ​ເມືອ​ບ້ານ ຫາກ​ບໍ່​ແມ່ນ​​ແຂກ​ຕ່າງປະ​ເທດ”. ໜັງສືພິມ​ເອ​ເລກ​ໂຕ​ນິກ Cubadebate ​ແລະ ​​ໃນ​ພາກ​ຂ່າວ​ທ່ຽງ ​ແລະ ຂ່າວ​ຄໍ່າໂທລະພາບ​ສູນ​ກາງ​ກຸຍ​ບາ ​ກໍໄດ້​ໃຫ້​ຂ່າວ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ຊີວິດ​ຊີວາ​ການ​ເຄື່ອນ​ໄຫວຕ່າງໆຂອງ​ທ່ານ Raul Castro ໃນ​ການ​ຢ້ຽມຢາມສັນຖະວະ​ໄມຕີ​ຫວຽດນາມ.

ຂ່າວ/ບົດ​ອື່ນ