ສື່ມວນ​ຊົນ​ກູ​ບາ ລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ

(VOVWORLD) -ໃນຊຸມວັນຜ່ານມາ, ຂ່າວ, ພາບຖ່າຍ ແລະ ບົດຂຽນ ໄດ້ລົງເປັນຈຳນວນຫຼາຍ ໃນບັນດາພາຫະນະສື່ມວນຊົນຢ່າງເປັນທາງການຂອງ ກູບາ ກ່ອນ ແລະ ໃນການຢ້ຽມຢາມທາງລັດຖະກິດ ຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢູ່ກູບາ ໃນລະຫວ່າງວັນທີ 18 ກັນຍາ ຫາ ວັນທີ 20 ກັນຍາ.

ສື່ມວນ​ຊົນ​ກູ​ບາ ລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ - ảnh 1ທ່ານເລຂາທິການຜູ້ທີ່ໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສ.ກູບາ Miguel Díaz-Canel ໃຫ້ການຕ້ອນຮັບທ່ານ ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ໃນລາຍການພິເສດຂອງ ໜັງສືພິມເອເລັກໂຕນິກ, ສຳນັກຂ່າວສານແຫ່ງລັດ ກູບາ (ACN) ໄດ້ລົງບົດຂຽນ : “ຫວຽດນາມ - ກູບາ, ເພື່ອນມິດກັນໃນໄລຍະ 6 ທົດສະວັດ”, ໃນນັ້ນໄດ້ຫວນຄືນບັນດາຫຼັກໝາຍປະຫວັດສາດໃນການພົວພັນສອງປະເທດກໍ່ຄືການຍ້ອງຍໍສັນລະເສີນນ້ຳໃຈສາມັກຄີ ລະຫວ່າງສອງປະເທດ. ບົດຂຽນໄດ້ເນັ້ນໜັກວ່າ ນັບແຕ່ເວລາ ສອງປະເທດສ້າງຕັ້ງການພົວພັນທາງການທູດ ໃນວັນທີ 2 ທັນວາ 1960, ກູບາ ແລະ ຫວຽດນາມ ໄດ້ເລີ່ມມີການພົວພັນສອງຝ່າຍພິເສດ ດ້ວຍການສະໜັບສະໜູນທີ່ບໍ່ມີເງື່ອນໄຂ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງເຊິກເຊິ່ງ ເຊິ່ງກັນແລະກັນ. ໃນຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ກູບາ ນັບມື້ນັບສະໜິດແໜ້ນ, ໝັ້ນແກ່ນກ່ວາອີກ ຜ່ານການນຳລຸ້ນຕ່າງ.

ໜັງສືພິມ Granma, ອົງການກະບອກສຽງຢ່າງເປັນທາງການຂອງ ພັກກອມມູນິດ ກູບາ, ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ “ກູບາ ແລະ ຫວຽດນາມ, ນ້ຳໃຈມິດຕະພາບທີ່ຍືນຍົງຄົງຕົວ ໃນທຸກກໍລະນີ” ເພື່ອພັນລະນາກ່ຽວກັບການພົບປະລະຫວ່າງ ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero ໃນນັ້ນ ທ່ານນາຍົກລັດຖະມົນຕີ ກູບາ ເນັ້ນໜັກເຖິງ ເລື່ອງທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຍັງ ກູບາ ໃນຈຸດເວລານີ້ ໄດ້ຢັ້ງຢືນຄືນໃໝ່ນ້ຳໃຈມິດຕະພາບຢ່າງເລິກເຊິ່ງ ລະຫວ່າງບັນດາຊາດ ຫວຽດນາມ ແລະ ກູບາ.

ບັນດາໜັງສືພິມລາຍວັນ, ໜັງສືພິມເອເລັກໂຕນິກໃຫຍ່ ແລະ ບັນດາຊ່ອງກະຈາຍສຽງ ແລະ ໂທລະພາບ ຕ່າງໆຂອງກູບາ ກໍ່ພ້ອມກັນລົງບັນດາຂ່າວ ແລະ ບົດສາລະຄະດີ ກ່ຽວກັບການຢ້ຽມຢາມ ກູບາ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ