ສື່ມວນຊົນກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມກຳປູເຈຍຂອງທ່ານປະທານປະເທດເຈີ່ນດ້າຍກວາງ

ສື່ມວນຊົນກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມກຳປູເຈຍຂອງທ່ານປະທານປະເທດເຈີ່ນດ້າຍກວາງ - ảnh 1
ພິທີຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ

(vovworld) - ​​ໃນ​ຂອບເຂດການ​ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ, ວັນ​ທີ 15/06 ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ມີ​ບັນດາ​ການ​ເຈລະຈາ​ກັບ​ພະ​ບາດ​ສົມ​ເດັດ​ພະ​ບໍລົມ​ມະ​ນຽດ Norodom Sihamoni ​ແຫ່ງ​ລາຊະ​ອານາຈັກ​ ກຳປູ​ເຈຍ,  ​ເຈລະຈາກັບ​ທ່ານ​ປະທານ​ສະພາ​ສູງ ກຳປູ​ເຈຍ Samdech Say Chhum, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Samdech Heng Samrin ​ແລະ ພົບ​ປະ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Techo Hun Sen.

        ​ເນື່ອງ​ໃນ​ໂອກາດ​ນີ້, ສື່​ມວນ​ຊົນ ກຳປູ​ເຈຍ ​ລ້ວນ​ແຕ່​​ໃຫ້​ຂ່າວ ​ແລະ ຮູບ​ພາບ​ກ່ຽວ​ກັບ​ການ​ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕາມ​ຄຳ​ເຊີນ​ຂອງ​ທ່ານພະ​ບາດ​ສົມ​ເດັດ​ພະ​ບໍລົມ​ມະ​ນຽດ Norodom Sihamoni ​ແຫ່ງ​ລາຊະ​ອານາຈັກ​ ກຳປູ​ເຈຍ. ໜັງສື​ພິມລັດສະໝີ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜັງສືພິມ​ໃຫຍ່​ຢູ່ ກຳປູ​ເຈຍ ຖື​ວ່າ: “ການ​ຢ້ຽມຢາມ​ຄັ້ງ​ນີ້ ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ແຖວ​ໜ້າ​ຂອງ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ”. ໜັງສືພິມ ລັດສະໝີ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ດຳ​ເນີນ​ໄປ ​​ໃນ​ຂະນະ​ທີ່ 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ພວມ​ກະກຽ​ມບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (24/06/1967 – 24/06/2017). ສິ່ງ​ນັ້ນ ຍັງ​ປຸກລະດົມ​ນ້ຳ​ໃຈ​ສາມັກ​ຄີ​ລະຫວ່າງປະຊາຊົນ 2 ປະ​ເທດ​ກ່ວາ​ອີກ. ໜັງສືພິມ PRESH NEWS ​ແລະ AKP ພ້ອມ​ກັບ​ໜັງສືພິມ​ບາງ​ສະບັບ​ອື່ນໆ​ຂອງ​ ກຳປູ​ເຈຍ ກໍ່​ໃຫ້​ຫລາຍຂ່າວ ​ແລະ ບົດທີ່​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເຖິງ​ປະ​ເທດ ກຳປູ​ເຈຍ ສະ​ແດງ​​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ແຖວ​ໜ້າ​ຂອງ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​, ຄວາມ​ສາມັກ​ຄີມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ