ສື່ມວນຊົນກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຖິງລາດຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 20-22 ກໍລະກົດ
ສື່ມວນຊົນກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ - ảnh 1 (ສື່ມວນຊົນກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ)

ໜັງສືພີິມ “Rasmei Kampuchea” (ແສງສະຫວ່າງ ກຳປູເຈຍ) ສະບັບອອກວັນທີ 20 ກໍລະກົດ ໄດ້ມີບົດຂຽນຍາວຕີລາຄາການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ຫວຽດນາມ-ກຳປູເຈຍ ໃນຕະຫຼອດໄລຍະທາງປະຫວັດສາດ. ຜ່ານນັ້ນ, ເນັ້ນໜັກວ່າ ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈະເປັນການຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພົວພັນຮ່ວມມືພັດທະນາໃນພາກພື້ນ ແລະ ສາກົນ. ບົດໜັງສືພີມເນັ້ນໜັກວ່າ ໂດຍຜ່ານໄລຍະທາງ 50 ປີ ປະຫວັດສາດແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ສາຍພົວພັນມິດຕະພາບ ຫວຽດນາມ-ກຳປູເຈຍ ໄດ້ຮັບຜົນສຳເລັດໃນຫຼາຍຂົງເຂດ. ໃນຊຸມປີຜ່ານມາ, ເພື່ອສຶບຕໍ່ຮັກສາ ເແລະ ຊຸກຍູ້ສາຍພົວພັນບ້ານໃກ້ເຮືອນຄຽງໃຫ້ອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອໃນທຸກຂົງເຂດ, ສອງປະເທດສຶບຕໍ່ມີບັນດາການຢ້ຽມຢາມທາງລັດຖະກິດຂອງການນຳສອງປະເທດ. ພ້ອມກັນນັ້ນແມ່ນຄວາມສະໜິດຕິດພັນຜ່ານການພົວພັນອັນສະໜິດສະໜົມຂອງປະຊາຊົນດຳ ລົງຊີວິດຢູ່ບັນດາແຂວງທີ່ຕິດກັບຊາຍແດນ; ພິເສດແມ່ນຜ່ານບັນດາສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ ແລະ ກຳປູເຈຍ-ຫວຽດນາມ. ໃນຂົງເຂດເສດຖະກິດ, ການແລກປ່ຽນລະຫວ່າງສອງປະເທດໄດ້ຮັບມີການພັດທະນາຢ່າງບໍ່ຢຸດຢັ້ງ. ຖ້າວ່າຄື, ໃນຊຸມປີ 1977-1999, ການແລກປ່ຽນການຄ້າລະຫວ່າງສອງປະເທດບັນລຸອັດຕາສ່ວນປະມານ 150 ລ້ານໂດລາ ສະຫະລັດ/ປີ, ມາເຖິງໄລຍະ 2005-2009, ການແລກປ່ຽນການຄ້າສຶບຕໍ່ເພີ່ມຂຶ້ນຕື່ມ ອີກ 40%. ໃນປີ 2016, ການແລກປ່ຽນການຄ້າສອງຝ່າຍບັນລຸ 3 ຕື້ໂດລາ/ປີ ສະຫະລັດ. ສອງປະເທດກໍ່ໄດ້ແລກປ່ຽນ, ສົມທົບຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ ຢ່າງເປັນປົກກະຕິ … ພ້ອມທັງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດກໍ່ໄດ້ສະແດງອອກຜ່ານການສົມທົບ, ຊ່ວຍເຫຼືອກັນຢູ່ບັນດາເວທີປາໄສຂອງພາກພື້ນ ແລະ ສາກົນຄື: ສາມລ້ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV), ການຮ່ວມມື 4 ປະເທດ ກຳປູເຈຍ-ລາວ-ມາເລເຊຍ-ຫວຽດນາມ (CLMV), ຍຸດທະສາດຮ່ວມມືເສດຖະກິດແມ່ນນໍ້າ 3 ສາຍ Ayaoadi-Chaophaya-Mekong, ASEAN, ASEM, ສະຫະປະຊາຊາດ, ແນໃສ່ຍົກສູງອິດທິພົນ ແລະ ທີ່ຕັ້ງຂອງແຕ່ລະປະເທດຢູ່ພາກພື້ນ ແລະ ສາກົນ.

ໃນລະຫວ່າງວັນທີ 20 – 21 ກໍລະກົດ, ອົງການສື່ມວນຊົນກຳປູເຈຍ ເກືອບທັງໝົດລ້ວນແຕ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ ຂອງທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ.

ລາຍການຂ່າວຕອນຄ່ຳວັນທີ 20 ກໍລະກົດຂອງຊ່ອງໂທລະພາບແຫ່ງຊາດ (TVK) ແລະ ວິທະຍຸກະຈາຍສຽງແຫ່ງຊາດ (KNR) ກໍ່ຄືພາກຂ່າວຂອງສຳນັກຂ່າວສານແຫ່ງລັດ AKP ວັນທີ 20 ກໍລະກົດ ໄດ້ໃຫ້ຂ່າວສັງລວມກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນມື້ທຳອິດຢູ່ກຳປູເຈຍ ຄື: ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໂດຍພະບາດສົມເດັດພະບໍລົມມະນຽດສີຫະໂມນີ ເປັນປະທານຈັດຕັ້ງ; ບັນດາການພົບປະເຈລະຈາກັບປະທານສະພາສູງ, ຮອງປະທານພັກປະຊາຊົນກຳປູເຈຍ, ປະທານສະພາແຫ່ງຊາດ… ແລະ ບັນດາການເຄື່ອນໄຫວອື່ນໆຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢູ່ກຳປູເຈຍ.

ໃນຂະນະນັ້ນ, ໜັງສືພິມກຳປູເຈຍໃໝ່ ໄດ້ໃຫ້ຂ່າວສັງລວມພ້ອມກັບພາບຢູ່ໜ້າຫຼັກກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນມື້ທຳອິດແຫ່ງການຢ້ຽມຢາມກຳປູເຈຍ, ໃນນັ້ນໄດ້ເນັ້ນໜັກວ່າ ກຳປູເຈຍ ແລະ ຫວຽດນາມ ຕັດສິນໃຈປັບປຸງການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດ, ໃນນັ້ນມີການຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ 2 ປະເທດ ໃຫ້ບັນລຸ 5 ຕື້ USD ໃນປີ 2025.

ບັນດາໜັງສືພິມລາຍວັນພາສາອັງກິດຄື: The Cambodia Daily, The Phnom Penh Post, Khmer Time ສະບັບອອກວັນທີ 21 ກໍລະກົດ ກໍ່ລ້ວນແຕ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢູ່ລາຊະອາຈາຈັກກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ