ສື່ມວນຊົນຄວນປຸກລຸກນ້ຳໃຈສາມັກຄີ,ເຕົ້າໂຮມປະຊາຊົນ,ປະກອບສ່ວນເຂົ້າການພັດທະນາປະເທດຊາດ

ສື່ມວນຊົນຄວນປຸກລຸກນ້ຳໃຈສາມັກຄີ,ເຕົ້າໂຮມປະຊາຊົນ,ປະກອບສ່ວນເຂົ້າການພັດທະນາປະເທດຊາດ - ảnh 1
ທ່ານ​ປະທານ​ ຫງວຽນ​ທ້ຽນ​ເຍີນ ຢ້ຽມຢາມ
ສະຖານີວິທະຍຸກະຈາຍສຽງ ຫວຽດນາມ

(vovworld) - ​​ ສື່​ມວນ​ຊົນ​ຄວນ​ປຸກລຸກ​ນ້ຳ​ໃຈ​ສາມັກຄີ,​​ ເຕົ້າ​ໂຮມ​ປະຊາຊົນ, ປະກອບສ່ວນ​ເຂົ້າ​​ໃນການ​ພັດທະນາ​ປະ​ເທດ​ຊາດ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເມື່ອ​ລົງ​ຢ້ຽມຢາມ​ບາງ​ອົງການ​ສື່​ມວນ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/06, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 91 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ (21/06/1925 – 21/06/2016). ຕາງໜ້າ​ຄະນະ​​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງຜົນງານ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ໃນ​ການ​ໂຄສະນາ​ແຜນ​ນະ​ໂຍບາຍ​, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ລັດ ປະກອບ​ສວ່ນກຳນົດ​ທິດ​ຫາງ​ສຽງ, ສ​້າງຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສາມັກຄີ​ປະຊາຊົນ. ​ຮັບ​ຮູ້​ການ​ຮ່ວມ​​ເດີນທາງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ພ້ອມ​ກັບ​ບັນດາ​ການ​ເຄື່​ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ທ່ານ ຫງວຽນທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ອົງການ​ສື່​ມວນ​ຊົນ​ຈະ​ສືບ​ຕໍ່​ສົມທົບ​ກັບ​ແນວ​ໂຮມ​ປະ​ເທ​ດຊາດ ຫວຽດນາມ ​ໃນ​ວຽກ​ງານ​ຕິດ​ຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ, ປະກອບ​ສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ. ບັນດາ​ອົງການ​ສື່​ມວນຊົນ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ, ຮູບ​ການ, ສ້າງ​ລາຍ​ການ, ຄໍລຳ​ຕື່ມ​ອີກ ດ້ວຍ​ຫລາຍ​ພາສາ​ຕ່າງປະ​ເທດ ປຸກລຸກ​ນ້ຳ​ໃຈ​ສາມັກ​ຄີ, ​ເຕົ້າ​ໂຮມ​ປະຊາຊົນ, ປະກອບສ່ວນ​ເຂົ້າ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ