ສື່ມວນຊົນຄວນປຸກລຸກມູນເຊື້ອມະຫາສາມັກຄີທົ່ວປວງຊົນ

ສື່ມວນຊົນຄວນປຸກລຸກມູນເຊື້ອມະຫາສາມັກຄີທົ່ວປວງຊົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ເຂົ້າ​ຮ່ວມ ພິ​ທີ​ສະຫຼຸບ, ມອບ​ລາງວັນ​ ໃຫ້ການ​ແຂ່ງ​ຂັນ​ສື່ມວນ​ຊົນ
(ພາບ: Trọng Đạt - TTXVN)

(vovworld)- ​ຕອນ​ຄ່ຳ ​ວັນ​ທີ 17/11, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງພິ​ທີ​ສະຫຼຸບ, ມອບ​ລາງວັນ​ ໃຫ້ການ​ແຂ່ງ​ຂັນ​ສື່ມວນ​ຊົນ “ເພື່ອ​ພາ​ລະ​ກິດ ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ” ຄັ້ງ​ທີ 12, ປີ 2015-2016. ກ່າວ​ຄວາມ​ເຫັນ​ເປີດ​ພິ​ທີ,  ທ່ານ ຫງວຽນ​ທ້ຽນ​ເຢີນ ປະ​ທາ​ນ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ:  ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບົດ​ບາດ, ການ​ປະ​ກອບ​ສ່ວນ ຂອງ​ສື່ມວນ​ຊົນ​ ໃນ​ທຸກ​ດ້ານ​​ຂອງຊີ​ວິດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ-ສັງ​ຄົມ. ທ່ານ ຫງວຽນ​ທ້ຽນ​ເຢີນ ຢືນ​ຢັນ​ວ່າ:

        “ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ​ຄວນ​ສ້າງ​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ, ເພື່ອ​​ຮັບ​ຮູ້​ສະ​ພາບ​ການ ກ່ຽວ​ກັບ​ແນວ​ທາງ, ແຜນ​ການ​ພັດ​ທະ​ນະ​ປະ​ເທດ​ຊາດ. ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ຂົນ​ຂວາຍ ແລະ ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໃນ​ໝູ່ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ. ເສີມ​ຂະ​ຫຍາຍ​ບົດ​ບ​າດ ຄຸ້ມ​ຄອງ​ຂໍ້​ລິ​ເລີ່ມ​ຂອງ​ປະ​ຊາ​ຊົນ​ເອງ, ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂ​ອງ​ປະ​ຊາ​ຊົນ ​ບັນ​ດາ​ຄອບ​ຄົວ​​ໃນເຂດຊຸມ​ຊົນ, ​ຕິດ​ຕາມກວ​ດ​ກາ, ໄຈ້​ແຍກ​ຕີ​ລາ​ຄາ​ສັງ​ຄົມ… ດ້ວຍ​ຈິດ​ໃຈ​ໃຈ​ດັ່ງ​ກ່າວ ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ: ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ບັນ​ດາ​​ນັກ​ຂ່າວ, ບັນ​ດາ​ອົງ​ການ​ສຳ​ນັກ​ຂ່າວ​ສານ ໃນ​ທົ່ວ​ປະ​ເທດ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສື່ມວນ​ຊົນ ເພື່ອ​ພາ​ລະ​ກິດ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ”.

        ທີ່​ພິ​ທີ, ທ່ານ ຫງວຽນ​ທ້ຽນ​ເຢີນ ປະ​ທາ​ນ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ​ທ່ານ ຫວໍ​ວ​ັນ​ເທືອງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ ໄດ້​ມອບ​ລາງວັນ A ໃຫ້​ນັກ​ຂ່າວ, ກຸ່ມ​ນັກ​ຂ່າວ 5 ລາງວັນ. ພ້ອມ​ກັນ​ນັ້ນ, ຄະ​ນະ​ຈັດ​ຕັ້ງ ​ກໍ່ໄດ້​ມອບ ລາງວັນ B 20 ລາງວັນ, ລາງວັນ C 30 ລາງວັນ, ລາງວັນ​ສົ່ງ​ເສີມ 42 ລາງວັນ ໃຫ້​ບັນ​ດາ​ນັກ​ຂ່າວ, ກຸ່ມ​​ນັກ​ຂ່າວ. ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ ຍາດ​ໄດ້ ລາງວັນ C ​ດ້ວຍບົດ​ປະ​ພັນ “ການເດີນທະ​ເລ​ໄປ​ຍັງ​ເຈື່ອງ​ຊາ-ສ້າງ​ຄວາມ​ໄວ​ເນື້ອ​ເຊື່ອໃຈ​ໃຫ້​ພວກ​ເຮົາ” ຂອງນ​ັກ​ຂ່າວ ລານ​ເຟືອງ.


ຂ່າວ/ບົດ​ອື່ນ