ສື່ມວນ​ຊົນ​ຈີນ ແລະ ສາ​ກົນ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

(VOVWORLD) - ສຳນັກຂ່າວສານ ຊີນຮວາ, ໜັງສືພິມລາຍວັນ Global Times (ອົງການກະບອກສຽງຂອງ ຄະນະສູນກາງພັກກອມມູນິດ ຈີນ) ແລະ ChinaDaily ລ້ວນແຕ່ລົງຂ່າວ ແລະ ພາບຖ່າຍ ກ່ຽວກັບການພົບປະເຈລະຈາ ແລະ ການຢ້ຽມຢາມ.
ສື່ມວນ​ຊົນ​ຈີນ ແລະ ສາ​ກົນ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ພາບ: VOV)

ວັນທີ 13 ທັນວາ, ສື່ມວນຊົນຈີນ ແລະ ສາກົນ ສືບຕໍ່ລົງຂ່າວເປັນຈຳນວນຫຼາຍ ກ່ຽວກັບການພົບປະເຈລະຈາ ລະຫວ່າງ ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ທາງລັດຖະກິດ.

ສຳນັກຂ່າວສານ ຊີນຮວາ, ໜັງສືພິມລາຍວັນ Global Times (ອົງການກະບອກສຽງຂອງ ຄະນະສູນກາງພັກກອມມູນິດ ຈີນ) ແລະ ChinaDaily ລ້ວນແຕ່ລົງຂ່າວ ແລະ ພາບຖ່າຍ ກ່ຽວກັບການພົບປະເຈລະຈາ ແລະ ການຢ້ຽມຢາມ, ເຕື້ອງເຖິງແງ່ຫວັງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ພາຍຫຼັງການຢ້ຽມຢາມຄັ້ງນີ້. ໃນບັນດາຂໍ້ມູນທຳອິດກ່ຽວກັບການພົບປະເຈລະຈາ ລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນຕອນບ່າຍວັນທີ 12 ທັນວາ, ໂທລະພາບສູນກາງ ຈີນ ໄດ້ຄັດສະເໜີ ຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ໂດຍສະແດງຄວາມປິຕິຊົມຊື່ນເມື່ອໄດ້ກັບມາຢ້ຽມຢາມ ຫວຽດນາມ ພາຍຫຼັງ 6 ປີ, ທ່ານຍົກໃຫ້ເຫັນຢ່າງຈະແຈ້ງນ້ຳໃຈມິດຕະພາບລະຫວ່າງສອງປະເທດ, ທ່ານສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງສຸດໃຈ ແລະ ລອບຄອບຖີ່ຖ້ວນຂອງ ຫວຽດນາມ.

ໜັງສືພິມ Nikkei Asia ຂອງ ຍີ່ປຸ່ນ ໄດ້ລົງບົດຂຽນ ກ່ຽວກັບການຢ້ຽມຢາມຄັ້ງນີ້, ໃນນັ້ນໄດ້ເຕື້ອງເຖິງເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເຫັນດີເປັນເອກະພາບວ່າ ສອງປະເທດ ຈະສ້າງປະຊາຄົມແບ່ງປັນອະນາຄົດ ແລະ ປັບປຸງການພົວພັນສອງຝ່າຍ.

ສຳນັກກຂ່າວສານ AFP, Reuters, Bloomberg, ເວັບໄຊ Financial Times, South China Morning Post... ກໍ່ໄດ້ລົງຂ່າວກ່ຽວກັບການພົບປະເຈລະຈາ ແລະ ເລື່ອງ ຫວຽດນາມ - ຈີນເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ