ສື່ມວນຊົນຈີນຕີລາຄາສູງຄວາມໝາຍການຢ້ຽມຢາມຈີນຈະມາເຖິງຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ

ສື່ມວນຊົນຈີນຕີລາຄາສູງຄວາມໝາຍການຢ້ຽມຢາມຈີນຈະມາເຖິງຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ - ảnh 1
​ທ່ານ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ກອມ​ມູນິດ ຈີນ

(vovworld) - ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ໃນ​ວັນ​ທີ 9/1, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ລູ່​ກາງ​ ໃຫ້​ຮູ້​ວ່າ, ຈີນ ປາຖະໜາ​ຢາກ​ສ້າງສາ​ຍພົວພັນ​ອັນ​ດີງາມ ​ແລະ ​​ເປັນ​ປົກກະຕິ​ກັບ ຫວຽດນາມ. ຈີນ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 12-15/1/2017, ຕາມ​ຄຳ​ເຊີນ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ກອມ​ມູນິດ ຈີນ, ປະທານ​ປະ​ເທດ ຈີນ ສື​ຈີ້​ນຜິ​ງ. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ລູ່​ກາງ ​ເນັ້ນ​ໜັກ​ວ່າ, ຈີນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເຊິ່ງກັນ ​ແລະ ກັນ, ລົງ​ເລິກ​ເຂົ້າ​ໃນ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ຊຸກຍູ້​ການ​ພັດທະນາສາຍ​ພົວພັນ​ສອງ​ຝ່າຍ​ຢ່າງ​ໝັ້ນຄົງ, ປອດ​ໄສ ​ແລະ ​ເປັນ​ປົກກະຕິ.

        ສ່ວນ​ໜັງສືພິມ “ ຈ່ວານຈຽວ“, ສະບັບ​ອອກ​ວັນ​ທີ 9/1 ​ໄດ້​ລົງ​ພິມ​ບົດ​ນຳ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຢ້ຽມຢາມ ຈີນ ຈະ​ມາ​ເຖິງ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ສັນຍານ​ກ່ຽວ​ກັບ​ການ​ປັບປຸງ​ນຳ້​ໃຈ​ມິດຕະພາບ ຈີນ - ຫວຽດນາມ, ທັງ​ສ້າງ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ພັກ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ ປັກ​ກິ​ງ - ຮ່າ​ໂນ້ຍ ມີ​ຄວາມ​ສະ​ນິດ​ຕິດ​ພັນ​ຍາວ​ນານ ​ແລະ ໝັ້ນຄົງ, ການ​ພັດທະນາ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຈີນ - ຫວຽດນາມ ກໍ່​ໝັ້ນຄົງ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ