ສື່ມວນຊົນຍີ່ປຸ່ນ: ຫວຽດນາມ - ຍີ່ປຸ່ນພ້ອມກັນຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ບັນດາພາຫະນະສື່ມວນຊົນ ແລະ ໜັງສືພິມໃຫຍ່ຂອງຍີ່ປຸ່ນ ຫຼາຍສະບັບ ໃນວັນທີ 01 ມິຖຸນາ ໄດ້ລົງພິມຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ໃນນັ້ນໄດ້ເນັ້ນໜັກເຖິງບັນດາການເຄື່ອນໄຫວຮ່ວມມືສຳຄັນລະຫວ່າງ 2 ປະເທດ.
ສື່ມວນຊົນຍີ່ປຸ່ນ: ຫວຽດນາມ - ຍີ່ປຸ່ນພ້ອມກັນຮ່ວມມືໃນຫຼາຍຂົງເຂດ - ảnh 1 (ຫວຽດນາມ - ຍີ່ປຸ່ນພ້ອມກັນຮ່ວມມືໃນຫຼາຍຂົງເຂດ)

ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເຫັນດີເປີດກວ້າງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນເນື້ອໃນຕົ້ນຕໍ, ພ້ອມທັງກໍ່ແມ່ນຫົວຂໍ້ຂອງບົດຂຽນໃນໜັງສືພິມ Nikkei. ບົດຂຽນໄດ້ເນັ້ນໜັກວ່າ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເຫັນດີຊຸກຍູ້ CPTPP, ພ້ອມກັນເຫັນດີເປີດກວ້າງບັນດາປະເທດ, ພາກພື້ນເຂົ້າຮ່ວມເພື່ອຜົນປະໂຫຍດ, ອະນາຄົດຂອງທັງ 2 ປະເທດ. ນອກຈາກການຮ່ວມມືດ້ານເສດຖະກິດແລ້ວ, ສື່ມວນຊົນຍີ່ປຸ່ນ ກໍ່ຍົກອອກການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນຫຼາຍຂົງເຂດອື່ນໆຄື: ບັນຫາທະເລຕາເວັນອອກ, ຄວາມເສລີໃນການເດີນທະເລ, ການເຄົາລົບກົດໝາຍສາກົນ ແລະ ການປອດນິວເຄຼຍໃນແຫຼມເກົາຫຼີ…

      ນີ້ກໍ່ແມ່ນເນື້ອໃນເຊິ່ງບັນດາພາຫະນະສື່ມວນຊົນຍີ່ປຸ່ນ ໃຫ້ຂ່າວຄື: Sankei, Mainichi, ສຳນັກຂ່າວສານ JIJI, ສຳນັກຂ່າວສານ Kyodo.

ຕອບກັບ

ຂ່າວ/ບົດ​ອື່ນ