ສື່​ມວນ​ຊົນ​ຍີ່ປຸ່ນ​ຕີ​ລາຄາ​ ຫວຽດນາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ

(VOVWORLD) - ວັນທີ 3 ສິງຫາ, ສື່ມວນຊົນຍີ່ປຸ່ນໄດ້ສືບຕໍ່ມີບົດຂຽນກ່ຽວກັບໝາກຜົນການເລືອກຕັ້ງເລຂາທິການໃຫຍ່ພັກກອມມູນູດ ຫວຽດນາມ ແລະ ວຽກງານບຸກຄະລາກອນ ຢູ່ກອງປະຊຸມ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII.

ສື່​ມວນ​ຊົນ​ຍີ່ປຸ່ນ​ຕີ​ລາຄາ​ ຫວຽດນາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລິມກ່າວຄຳເຫັນຮັບດຳລົງຕຳແໜ່ງ (ພາບ: TTXVN)

ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ NHK ໃຫ້ຄວາມເຫັນວ່າ: ດ້ວຍຄວາມສົນໃຈຂອງຫຼາຍປະເທດ, ໃນນັ້ນມີ ອາເມລິກາ ແລະ ຈີນ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍພິສູດໃຫ້ເຫັນສະຖຽນລະພາບດ້ານການເມືອງດ້ວຍການແຕ່ງຕັ້ງບັນດາການນຳຂັ້ນສູງຢ່າງສະດວກ. ໜັງສືພິມ Sankei ໄດ້ຄັດສະເໜີບົດຂຽນຂອງສຳນັກຂ່າວສານ Kyodo ດ້ວຍຫົວຂໍ້ວ່າ: “ຫວຽດນາມ ແຕ່ງຕັ້ງທ່ານ ໂຕເລິມເປັນເລຂາທິການໃຫຍ່ຄົນໃໝ່, ສະໜັບສະໜູນບັ້ນຕ້ານການສໍ້ລາດບັງຫຼວງຂອງການນຳຄົນເກົ່າ.”

ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ທ່ານ ໂຕເລິມ ເປັນຜູ້ສະໜັບສະໜູນວຽກງານຕ້ານການສໍ້ລາດບັງຫຼວງຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເມື່ອດຳລົງຕຳແໜ່ງລັດຖະມົນຕີກະຊວງຕຳຫຼວດ. ກໍ່ເຊັ່ນດຽວກັນ, ໜັງສືພິມ Yomiuri ໃຫ້ຂໍ້ສັງເກດວ່າ ໂດຍເຄີຍດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ທ່ານ ໂຕເລິມ ມີບົດບາດສຳຄັນໃນການປະຕິບັດວຽກງານຕ້ານການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ