ສື່ມວນຊົນຍີ່ປຸ່ນຮຽກຮ້ອງຈີນເຄົາລົບກົດໝາຍສາກົນ

ສື່ມວນຊົນຍີ່ປຸ່ນຮຽກຮ້ອງຈີນເຄົາລົບກົດໝາຍສາກົນ - ảnh 1
ໜັງ​ສື​ພິມ sankei
(ພາບ​ປະ​ກອບ: sankei.com)

(vovworld) - ​​ ກ່ຽວ​ຂ​ອງ​ເຖິງ​ຄຳ​ຕັດ​ສິນ​ຂອງສານ​ອະ​ນຸ​ຍາ​ໂຕຕຸ​ລ​າ​ການ (PCA) ຢູ່​ລາ​ໄຮ, ປະ​ເທດ​ໂຮນ​ລັງ ກ່ຽວ​ກັບການ​ຮ້ອງ​ຟ້ອງ​ຂອງ​ຟິ​ລິບ​ປີນ ສຳ​ລັບ​ຈີນ, ໜັງ​ສື​ພິມ​ໃຫຍ່​​ຫຼາຍ​ສະ​ບັບຂອງ​ຍີ່​ປູ່ນ ຄື “Sankei”, “Asahi”, “Yomiuri” ໄດ້​ລົງ​ບົດ​ຂຽນ​ຫຼາຍ​ບົດ​ຮ​ຽກ​ຮ້ອງ​ຈີນ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ໜັງ​ສື​ພິມ “Sankei” ເນັ້ນ​ໜັກ​ວ່າ PCA ໄດ້​ປະ​ຕິ​ເສດ​ຄຳ​ຮຽກ​ສິດທັງ​ໝົດ​ທີ່​ໄຮ້​ເຫດ​ຜົນ​ສຳ​ລັບ “ເສັ້ນ 9 ຕອນ” ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​, ພ້ອມ​ທັງ​ຮຽກ​ຮ້ອງ​ສ້າງ​ກຳ​ລັງ​ດັນ​ຜ່ານ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ຮຽກ​ຮ້ອງ​ໃຫ້​ຈີນ ຍ​້ອມ​ຮັບ​ຄຳ​ຕັດ​ສິນ. ຕາມ​ໜັງ​ສື​ພິມ​ດັ່ງ​ກ່າວແລ້ວ, ຫຼັກ​ໝັ້ນ​ຂອງ​ຈີນ ແມ່ນບໍ່​ຍ້ອມ​ຮັບ​ຄຳ​ຕັດ​ສິນ​ຂອງ PCA ເຮັດ​ໃຫ້​ປະ​ເທດນີ້​ຕົກ​ຢູ່​ໂດດດຽ​ວໃນ​ປະ​ຊາ​ຄົມ​ໂລກ. ໜັງ​ສື​ພິມ “Asahi” ໄດ້​ກະ​ຕຸກ​ຊຸກ​ຍູ້​ຢ່າງ​ແຮງເລື່ອງ​ຈີນ ຍ້ອມ​ຮັບ​ຄຳ​ຕັດ​ສິນ​ຂອງ PCA, ພ້ອມ​ທັງ​ຮ​ຽກ​ຮ້ອງ​ໃຫ້ຈີນ ກາຍ​ເປັນ​ປະ​​ເທດ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຕາມ​ກົດ​ໝາຍ​ສາ​ກົນ, ຫາກ​ບໍ່ແມ່ນ​ປະ​ເທດທ້າ​ທ້າຍ​​ກັບ​ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ​ຂອງ​ໂລກ. ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​​​ກັນ, ໜັງ​ສື​ພິມ “Nikkei” ໄດ້​ຮຽກ​ຮ້ອງ​ໃຫ້​ຈີນ ຄວນ​ເຄົາ​ລົບ​ລະ​ບົບ​ກົດ​ໝາຍ​ສາ​ກົນ​ທີ່​ພວມ​ປະ​ກາດ​ໃຊ້.

ຂ່າວ/ບົດ​ອື່ນ