ສື່ມວນຊົນຍາມໃດກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ

ສື່ມວນຊົນຍາມໃດກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 20/6, ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ສະ​ເຫຼີມສະຫຼອງ 89 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ (21/6/1925 – 21/6/2014). ກ່ອນ​ນີ້ 89 ປີ​ເຕັມ, ໜັງສືພິມ “​ແທງ​ນຽນ” (​ແປວ່າ​ຊາວ​ໜຸ່ມ) ​ໂດຍ​ຜູ້​ນຳ ຫງວຽນ​ອ໋າຍກວກ ກໍ່​ຕັ້ງ, ​ໄດ້​​ເປີດປະ​ເພດສື່​ມວນ​ຊົນ​ໃໝ່: ນັ້ນ​ແມ່ນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ. ນັບ​ແຕ່​ນັ້ນ, ວັນ​ທີ 21/6 ​ແຕ່​ລະ​ປີ​ເປັນ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ສື່​ມວນ​ຊົນ, ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສື່​ມວນ​ຊົນ​ກັບ​ມະຫາຊົນ, ​ເພີ່ມທະວີ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ທີ່​ມີ​ຕໍ່​ສື່​ມວນ​ຊົນ.

    ຕອນ​ບ່າຍ​ວັນ​ທີ 19/6, ທີ່​ການ​ພົບ​ປະ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 89 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ​ໄດ້​ສົ່ງຄຳ​ຂອບ​ອົກ​ຂອບ​ໃຈ​ຂອງ​ນາຍົກລັດຖະມົນຕີ ມາ​ຍັງ​ບັນດາ​ອົງການ​ສື່​ມວນ​ຊົນ ​ແລະ ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນ​ໄດ້ຮຽງ​ບ່າ​ຮຽງ​ໄຫຼ່​​ໃນ​ການ​ເຄື່ອນ​ໄຫ​ວພ້ອມ​ກັບ​ລັດຖະບານ. ​

ຂ່າວ/ບົດ​ອື່ນ