ສື່ມວນຊົນຕ້ອງສືບຕໍ່ປ່ຽນແປງໃໝ່, ມີກຳລັງແຮງ, ມີຜົນສະທ້ອນຢ່າງເລິກເຊິ່ງ ກວ້າງຂວາງ ແລະ ມີຄວາມຮັບຜິດຊອບສູງກວ່າໃນສັງຄົມ

(VOVWORLD) -ສື່ມວນຊົນຕ້ອງມີການປ່ຽນແປງຕົນເອງ, ກາຍເປັນຊ່ອງຂໍ້ມູນທີ່ຊັດເຈັນ, ທັນການ, ມີກຳລັງແຮງ, ຜົນສະທ້ອນຢ່າງເລິກເຊິ່ງ ກວ້າງຂວາງ ແລະ ມີຄວາມຮັບຜິດຊອບສູງໃນສັງຄົມຢ່າງແທດຈິງກວ່າອີກ.
ສື່ມວນຊົນຕ້ອງສືບຕໍ່ປ່ຽນແປງໃໝ່, ມີກຳລັງແຮງ, ມີຜົນສະທ້ອນຢ່າງເລິກເຊິ່ງ ກວ້າງຂວາງ ແລະ ມີຄວາມຮັບຜິດຊອບສູງກວ່າໃນສັງຄົມ - ảnh 1(ທ່ານຜູ້ປະຈຳການຄະນະເລຂາ ຫວໍວັນເທືອງ)

ຕອນເຊົ້າວັນທີ 31 ທັນວາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກຂ່າວ ຫວຽດນາມ ຄັ້ງທີ 11 (ອາຍຸການ 2020-2025) ດຳເນີນຢູ່ ຮ່າໂນ້ຍ. ການນຳຂັ້ນສູງພັກ, ລັດ, ສະພາແຫ່ງຊາດ ໄດ້ສົ່ງຊໍ່ດອກໄມ້ມາອວຍພອນ. ມີຜູ້ແທນກວ່າ 550 ຄົນທີ່ຕາງໜ້າໃຫ້ສະມາຊິກກວ່າ 27.000 ຄົນໃນທົ່ວປະເທດເຂົ້າຮ່ວມ.

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຜູ້ປະຈຳການຄະນະເລຂາ ຫວໍວັນເທືອງ ຊີ້ແຈ້ງວ່າ, ພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່. ໄປພ້ອມກັບບັນດາກາລະໂອກາດທີ່ໃຫຍ່ຫຼວງ ກໍ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ສື່ມວນຊົນຕ້ອງມີການປ່ຽນແປງຕົນເອງ, ກາຍເປັນຊ່ອງຂໍ້ມູນທີ່ຊັດເຈັນ, ທັນການ, ມີກຳລັງແຮງ, ຜົນສະທ້ອນຢ່າງເລິກເຊິ່ງ ກວ້າງຂວາງ ແລະ ມີຄວາມຮັບຜິດຊອບສູງໃນສັງຄົມຢ່າງແທດຈິງກວ່າອີກ. ກອງປະຊຸມໃຫຍ່ໄດ້ຄັດເລືອກເອົາ 52 ທ່ານເຂົ້າຄະນະບໍລິຫານງານສະມາຄົມນັກຂ່າວ ຫວຽດນາມ ຊຸດທີ X, ອາຍຸການ 2020 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ