ສື່ມວນຊົນຕ້ອງເຂົ້າຮ່ວມການໜູນຊ່ວຍ,ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາ

ສື່ມວນຊົນຕ້ອງເຂົ້າຮ່ວມການໜູນຊ່ວຍ,ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ຄະນະ​ນັກ​ຂ່າວ
(ພາບ: ສື່ເອເລັກໂຕນິກກົດໝາຍ)

(vovworld) –  ຕອນ​ບ່າຍ​ວັນ​ທີ 10/6, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ຄະນະ​ນັກ​ຂ່າວ​ເຂົ້າ​ຮ່ວມ​ລາຍການ​ສື່​ມ​ວນຊົນ​ຮ່ວມ​ເດີນທາງ​ພ້ອມ​ກັບ​ວິ​ສາ​ຫະກິດ, ນັກທຸລະກິດ​ຄັ້ງ​ທີ 2. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນັກ​ຂ່າວ ​ແລະ ວິ​ສາ​ຫະກິດ​ມີ​ຄວາມ​ສຳຄັນ​ພິ​ເສດ​ໃນ​ວິວັດ​ທະ​ນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ເວົ້າ​ສະ​ເພາະ ​ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ເວົ້າ​ລວມ. ສື່​ມວນ​ຊົນ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ ​ແລະ ລັດ, ຜ່ານ​ຂໍ້​ມູນ​ຂ່າວ​ດັ່ງກ່າວ, ບັນດາ​ອົງການ​ ສື່​ມວນ​ຊົນ​ຊ່ວຍ​ໃຫ້​ລັດຖະບານ ​ແລະ ບັນດາ​ອົງການ​ຂອງ​ລັດ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ວິ​ສາ​ຫະກິດ, ຈາກ​ການ​ປະຕິບັດ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ບໍລິຫານ. ທ່ານ​ນາຍົກລັດ​ຖະມົນຕີ ​ເນັ້ນ​ໜັກ​ວ່າ: ຢູ່​ບໍ່​ວ່າ​​ໄລຍະ​ໃດໆ, ສື່​ມວນ​ຊົນ​ລ້ວນ​ແຕ່​ມີ​ບົດບາດ​ສຳຄັນ​ໃນ​ວິວັດທະນາ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ ​ແລະ ຜ່ານ​ນັ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ​ຄື​ປົກ​ປັກ​ຮັກສາ, ​ສ້າງ​ວຽກ​ເຮັດງານ​ທຳ, ຮັບປະກັນ​ຊີວິດ​ສັງຄົມ. ການ​ພົວພັນ​ລະ​ຫວ່າງ​ສື່​ມວນ​ຊົນ ​ແລະ ວິ​ສາ​ຫະກິດ ຍັງ​ສະ​ແດງອອກ​ຜ່ານ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບສື່​ມວນ​ຊົນ​​ໃນ​ການ​ເຄື່ອນ​ໄຫວ​ສ້າງ​​ເຄື່ອງໝາຍ​ການ​ຄ້າ, ​ໂຄສະນາ​ຜະລິດ​ຕະພັນ, ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ.

 


ຂ່າວ/ບົດ​ອື່ນ