ສື່ມວນຊົນຕ່າງປະເທດຕີລາຄາຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ສື່ມວນຊົນຕ່າງປະເທດຕີລາຄາຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
ກົມການເມືອງສະເໜີຕົວ
(ພາບ: AP)

(vovworld) –  ວັນ​ທີ 28/1, ບັນດາ​ສຳນັກ​ຂ່າວສານ​ຕ່າງ​ປະ​ເທດ​ໄດ້​​ໃຫ້​ຂ່າວ ​ແລະ ບົດ​ກ່ຽວ​ກັບ​ໝາກຜົນ​ ກໍ​ຄື​ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ.

        ບັນດາ​ສຳນັກ​ຂ່າວສານ​ໃຫຍ່​ຄື AFP ຂອງ ຝຣັ່ງ ​ແລະ Reuters ຂອງ ອັງກິດ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ວາລະ​ອັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັ​ກກອມ​ມູນິດ ຫວຽດນາມ. ສຳນັກ​ຂ່າວສານ Reuters ​ໄດ້​ຄັດ​ສະ​ເໜີ​ຄຳ​ກ່າວ​ປາ​ໄສ​ຂອງທ່າ​ນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ທີ່​ວາລະອັດກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ: ຈຸດໝາຍ​ຂອງ​ກອງ​ປະຊຸມ​​ໃຫຍ່​ແມ່ນ​ປະ​ເທດຊາດ​ເຂັ້ມ​ແຂງ, ປະຊາທິປະ​​ໄຕ, ສີວິ​ໄລ, ນຳ​ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຊາທິປະ​ໄຕ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ລະບຽບ​ວິ​ໄນ, ລະບຽບ​ວິ​ໄນ​ບົນ​ພື້ນຖານ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ.

        ​ໃນ​ຂະນະ​ນັ້ນ, ​ໜັງສືພິມ​ໃຫຍ່​ຂອງ ອາ​ເມ​ລິ​ກາ ​ເກືອບ​ທັງ​ໝົດ​ມີ​ບົດ​ຂຽນ​ຕີ​ລາຄາ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ ຫວຽດນາມ. ​ໃນ​ນັ້ນ​ໃຫ​້ຂໍ້​ສັງ​ເກດ​ວ່າ: ການ​​ເລືອກ​ຕັ້ງຄະນະ​ການ​ນຳ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ໃໝ່ອີກ​ເທື່ອ​ໜຶ່ງ​ສະ​ແດ​ງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ​ເລື່ອ​ງທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຮັບ​ການ​ເລ​ືອກຕັ້ງ​ຄືນ​ໃໝ່ ມີ​ຄວາມ​ໝາຍ​ກັບ​ເລື່ອງ​ກຳນົດ​ທິດ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃຫຍ່​ໂດຍ​ພື້ນຖານ.

        ສຳນັກ​ຂ່າວສານ​ຊິນ​ຮວາ, ປະ​ເທດ ຈີນ ​ໄດ້​ໃຫ້​ຂ່າວ​ໝາກຜົນ​ລະອຽດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​​ໂດຍ​ໃຫ້​ຮູ້​ວ່າ: ກອງ​ປະຊຸ​ມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ສາມັກຄີ ​ແລະ ລັກສະນະ​ໝັ້ນຄົງ​ຂອງ​ອົງການ​ພັກ, ລັດ ​ແລະ ກອງທັບ. ​ເຫດການ​ນີ້​ກໍ​ຊຸກຍູ້​ເລື່ອງ​ກໍ່ສ້າງ​ພັກ ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ກໍ​ຄື​ລະບົບ​ການ​ເມືອງ​ໝັ້ນຄົງ​ໜັກ​ແໜ້ນ​ຂອງ ຫວຽດນາມ.


ຂ່າວ/ບົດ​ອື່ນ