ສື່ມວນຊົນຕ່າງປະເທດໃຫ້ຂ່າວກ່ຽວກັບເລື່ອງຈີນຖອນຮ້ານເຈາະນ້ຳມັນໄຮຢາງ-981

ສື່ມວນຊົນຕ່າງປະເທດໃຫ້ຂ່າວກ່ຽວກັບເລື່ອງຈີນຖອນຮ້ານເຈາະນ້ຳມັນໄຮຢາງ-981 - ảnh 1
ຮ້ານເຈາະນ້ຳມັນ ໄຮຢາງ 981
(ພາບປະກອບ)

(vovworld) - ສື່​ມວນ​ຊົນ ຍີ່ປຸ່ນ ​ແລະ ອີນ​ເດຍ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເລື​່ອງ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ອອກ​ຈາກ​ເຂດ​ເສດ​ຖະກິດ​ຈຳ​​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ​ເວັບ​ໄຊ “Sankei”, ​ໃນ​ວັນ​ທີ 17/7, ​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຍ້ອນ​ຄວາມ​ດັນ​ຈາກ​ສາກົນ ​ແລະ​ ການ​ຄິດ​ໄລ່​ຜິດ​ພາດ, ຈີນ ​ໄດ້​ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ທະ​ເລ​ຕາ​ເວັນ​ອອກ”. ບົດ​ຂຽນ​ໄດ້​ຊີ້​ແຈ້ງ​ເລື່ອງ ຈີນ ຕົກລົງ​ຍົກຍ້າຍ​ຮ້ານ​ເຈາະ​ນ້ຳ​ມັນ​ກ່ອນ​ກຳນົດ​ເວລາ 1 ​ເດືອນ​ຍ້ອນ ຈີນ ຕ້ອງ​ຮັບ​ຄວາມດັນ​ຢ່າງ​ແຮງ​ຈາກ​ປະຊາ​ຄົມ​ໂລກ. ​ເລື່ອງ ຫວຽດນາມ ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ຫາງ​ສຽງ​ສາກົນ, ​ໃນ​ຂະ​ນະ​ທີ່​ບັນດາ​ປະ​ເທດ ອາຊີຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ນັບ​ມື້ນັບ​ສູນເສຍ​ຄວາມ​ເຊື່ອ​ໝັ້ນ​ຕໍ່ ຈີນ. ກ່ອນ​ໜ​້ານັ້ນ, ວັນ​ທີ 16/7, ສຳນັກ​ຂ່າວສານ Kyodo (ຍີ່ປຸ່ນ) ກໍ່​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ​ຂອງ ຈີນ ປະກາດ​ໄດ້​ປະຕິບັດ​ສຳ​ເລັດ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ. ​ເລື່ອງ ຈີນ ຖອນ​ຮ້ານ​ເຈາ​ະນ້ຳມັນ​ກ່ອນ​ກຳນົດ​ເວລາ​ໃຫ້​ເຫັນ​ວ່າ: ປັກ​ກີ​ງພວມ​ພະຍາຍາມ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ. ​ເວັບ​ໄຊ “Yomiuri” ກໍ່​ໃຫ້​ຮູ້​ວ່າ: ​ເລື່ອງ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນສະ​ແດງ​ໃຫ້​​ເຫັນ​ວ່າ: ປັກ​ກິ່ງ ປາດ​ຖະໜາ​ຢາກ​ສິ້ນ​ສຸດ​ການ​ເຄຶ່ອນ​ໄຫວ​ຂອງ​ຮ້ານ​​ເຈາະ​ນ້ຳມັນກ່ອນຈຸ​ດ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ​ໃນ​ເດືອນ 8 ຈະ​ມາ​ເຖິງ.

    ວັນ​ທີ 17/7, ໜັງສືພິມ “The Times of India” ຂອງ ອີນ​ເດຍ ກໍ່​ຮັບ​ຮູ້​ເລື່ອງ ຈີນ ຍົກຍ້າຍ​ຮ້ານ​ເຈາະນ້ຳມັນ​ອອກ​ຈາກ​ເຂ​ດ​ໃກ້​ກັບ​ໝູ່​ເກາະ ຮ່ວາງ​ຊາ ຢູ່​ທ​ະ​ເລ​ຕາ​ເວັນ​ອອກ ​​​ໄດ້​ເຮັດ​ໃຫ້​ຫລຸດຜ່ອນ​​ໄພ​ປະ​ທະ​ກັນ, ​ແຕ່​ການ​​ພົວພັນ​ລະຫວ່າງ 2 ປະ​ເທດຍາກ​ທີ່​ຈະ​ຟື້ນ​ຟູ​ໄດ້.

 


ຂ່າວ/ບົດ​ອື່ນ