ສື່ມວນຊົນປະກອບສ່ວນສຳຄັນເຂົ້າໃນຜົນງານຂອງວຽກງານການຕ່າງປະເທດ

ສື່ມວນຊົນປະກອບສ່ວນສຳຄັນເຂົ້າໃນຜົນງານຂອງວຽກງານການຕ່າງປະເທດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ
ພາບ:TTXVN

(vovworld)- ວັນ​ທີ 3/2 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ສື່ມວນ​ຊົນ ເນື່ອງ​ໃນ​ໂອ​ກາດ​ປີ​ໃຫ​ມ່​ປີ​ວອກ 2016. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ, ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຂອບ​ໃຈ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃນ​ປີ​ຜ່ານ​ມາທີ່​ໄດ້​ພ້ອມ​ກັບ​ບັນ​ດາ​ອົງ​ການ, ຄະ​ນະ, ຂະ​ແຫນງ​ການ ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ: ບັນ​ດາ​ອົງ​ການ​​ສື່ມວນ​ຊົນ ໄດ້​ໃຫ້​ຂ່າວ ແລະ ສ່ອງ​ແສງ​ຢ່າ​ງ​ຊັດ​ເຈນ, ຖືກ​ກັບ​ຄວາມ​ຈິງ, ທັນ​ການ ບັນ​ດ​າ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ສອດ​ຄ່ອງ​ກັບ​ແຜນ​ນະ​ໂຍ​ບາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ສືບ​ຕໍ່​ຮ່ວມ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ເພື່ອ​ໂຄ​ສະ​ນາ​ບັນ​ດາ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຢ່າງວ່ອງ​ໄວ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ