ສື່ມວນຊົນປະຕິບັດໜ້າທີ່ໂຄສະນາກ່ຽວກັບການພັດທະນາປະເທດຊາດເປັນຢ່າງດີ

ສື່ມວນຊົນປະຕິບັດໜ້າທີ່ໂຄສະນາກ່ຽວກັບການພັດທະນາປະເທດຊາດເປັນຢ່າງດີ - ảnh 1
(ທ່ານ​ຫົວໜ້າຄະນະ​​ໂຄສະນາ​ສຶກສາ​ສູນ​ກາງ ດິງ​ເທ໋ຮິງ)

(vovworld) – ວັນ​ທີ 24/12, ທ່ານ​ຫົວໜ້າຄະນະ​​ໂຄສະນາ​ສຶກສາ​ສູນ​ກາງ ດິງ​ເທ໋ຮິງ ​ເປັນ​ປະທານການ​ປະຊຸມ​ກັບ​ນັກ​ຂ່າວ​ເມື່ອ​ຕົ້ນ​ປີລະ​ດູ​ບານ​ໃໝ່​ປີ​ມະ​ແມ 2015. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ດິງ​ເທ໋ຮິງ ​ເນັ້ນ​ໜັກ​ວ່າ ປີ 2015 ​ແມ່ນ​ປີທີ່ີ​ມີ​ບັນດາເຫດ​ການ​ສຳຄັນ​​ຂອງ​ປະ​ເທດ​ຊາດ ​ແລະ ສື່​ມວນ​ຊົນ​ຫວຽດນາມ…. ສະ​ນັ້ນ, ວຽກ​ງານ​ສື່​ມວນ​ຊົນ​ຕ້ອງ​ຍົກ​ສູງ​ຄຸນນະພາບ, ປະສິດທິ​ຜົນ, ທັງ​ກ່ຽວ​ກັບການ​ກຳ, ການຊີ້​ນຳ​ນຳພາ, ການ​ຄຸ້ມ​ຄອງ, ການ​ຜັນ​ຂະຫຍາຍ​ຂໍ້​ມູນ​ຂ່າວ​ໂຄສະນາ… ທ່ານ​ຫົວໜ້າ​ໂຄສະນາ​ສຶກສາ​ສູນ​ກາງ ຖື​ວ່າ: ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ສື່ມວນ​ຊົນຄວນ​ຮັບ​ຮູ້​ບົດບາດ, ທີ່​ຕັ້ງ, ໜ້າ​ທີ່​ຂອງ​ສື່​ມວນ​ຊົນ​ປະຕິວັດ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ; ຝຶກ​ຝົນ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ການ​ເມືອງ, ຄຸນສົມບັດ​ວິຊາ​ຊີບ, ຍົກ​ສູງ​ລະດັບວິຊາສະ​ເພາະ. ບັນດາ​ອົງການ​ສື່​ມວນ​ຊົນ​ຄວນ​ສຸມ​ໃສ່​ໂຄສະນາ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ-​ສັງຄົມ​ປີ 2015 ​ເປັນ​ຢ່າງ​ດີ; ຮີບ​ເຮັ່ງ​ສ້າງ​ແຜນການ, ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ, ມີຫ​ົວຄິດ​ປະດິດ​ສ້າງ​ໃນ​ການ​ໂຄສະນາ​ພິທີ​ສະ​ເຫຼີ​ມ ສະຫຼອງ 125 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ, 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ, ​ໂຄສະນາ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ມຸ່ງ​ໄປ​ເຖິງ​ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ.

ທີ່​ການປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ປາດ​ຖະໜາ​ວ່າ ສື່​ມວນ​ຊົນ​ຈະ​ສືບ​ຕໍ່​ຮຽງບ່າ​ຮຽງໄຫລ່ພ້ອມ​ກັບ​ລັດຖະບານ,    ອຳ ນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ພ້ອມ​ກັບ​ທົ່ວ​ປະ​ເທດ​ປ່ຽນ​ໃໝ່​ຫຼາຍ​ກ່ວາ​ອີກ; ​ເຮັດ​ໜ້າ​ທີ່​ສື່ສານ​ໂຄສະນາ, ລະດົມ​ກຳລັງ​ໃຈ, ຕຳ​ນິຕິ​ຊົມ, ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າໃນ​ການ​ປ່ຽນ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ​ເສດຖະກິດ, ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​​ໃນການ​ບໍລິຫານ ​ແລະ ການຄຸ້ມຄອງ​ເສດຖະກິດ​ເປັນ​ຢ່າງ​ດີ. ສື່​ມວນຊົນ​ສືບ​ຕໍ່ປຸກລຸກນ້ຳ​ໃຈ​ສາມັກຄີ​​ແຫ່ງ​ຊາດ, ກຳລັງ​ແຮງ​ຍຸກ​ສະ​ໄໝ ​ເພື່ອ​ສະໜັບສະໜູນ​ວິວັດ​ການ​ປົກ​ປັກ​ຮັກສາ​ອະທິ ປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ; ສະໜັບສະໜູນ​ລັດຖະ ບານ​ກໍ່ສ້າ​ງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ​ເພີ່ມ​ທະວີ​ກົດ​ລະບຽບ​ຂໍ້​ບັງຄັບ.

ຂ່າວ/ບົດ​ອື່ນ