ສື່ມວນຊົນປ່ຽນໃໝ່ຢ່າງລຽນຕິດ,ມີຫົວຄິດປະດິດສ້າງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ

ສື່ມວນຊົນປ່ຽນໃໝ່ຢ່າງລຽນຕິດ,ມີຫົວຄິດປະດິດສ້າງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ - ảnh 1
ພາບ: ສຳນັກຂ່າວສານຫວຽດນາມ

(vovworld) – ທີ່​ການ​ພົບ​ປະ​ກັບບັນດາ​ນັກ​ຂ່າວ​ອາວຸ​​ໂສ, ການ​ນຳ ​ແລະ ນັກ​ຂ່າວ​ບັນດາ​ອົງການ​ສຳນັກ​ຂ່າວສານ, ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​​ເນື່ອງ​ໃນ​ໂອກ​າດສະ​ເຫຼີ​ມສະຫຼອງ 91 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ (21/6/1925 – 21/6/2016), ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 21/6, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຢັ້ງຢືນ​ວ່າ: ​ໃນຕະຫຼອດວິວັດ​ການ​ຕໍ່ຕ້ານ​ ກໍ່​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ສື່​ມວນ​ຊົນ​ປະຕິບັດ ຫວຽດນາມ ​ໄດ້​ເຕີບ​ໃຫຍ່​ຢ່າງ​ກະ​ໂດດ​ຂັ້ນ ​ແລະ ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ ​ໃນ​ພາລະກິດ​ປະ​ຕິ​ວັດ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ ​ແລະ ຂອງ​ຊາດ ຫວຽດນາມ. ​ເມື່ອ​ເຕື້ອງ​ເຖິງ​ສະພາບ​ສາກົນ ​ແລະ ພາກ​ພື້ນ​ທີ່​ພວມ​ຜັນ​ແປ​ຢ່າງ​ສັບສົນ ​ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ບັນດາ​ອົງການ​ສື່​ມວນ​ຊົນ​ຕ້ອງ​ມີ​ການ​ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດເປັນ​ເຈົ້າພາ​ທາງ​ໃນ​ການ​ກຳນົດ​ທິດ​ສື່ສານ. ສື່​ມວນ​ຊົນ​ຄວນ​ປ່ຽນ​ໃໝ່​ຢ່າງ​ລຽນຕິດ, ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ. ຜົນສຳ​ເລັດ​ຂອງ​ສື່​ມວນ​ຊົນ, ຖະ​ແຫຼ​ງຂ່າວ​ສື່ສານ​ມີ​ບົດບາດ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ປົກ​ປ້ອງ​ພັກ, ປົກ​ປ້ອງ​ລະບອບ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນ​ຕີ ປາດ​ຖະໜາ​ວ່າ: ບັນດາ​ອົງການ​ສື່​ມວນ​ຊົນ ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານ​​ເຊິ່ງໄດ້​ປະກອບສ່ວນ​ໃນ​ຕະຫຼອດ​​ໄລຍະ​ປະ​ຫວັດ​ສາດ​ປະຕິວັດ ຫວຽດນາມ, ​ແກ້​ໄຂ​ບັນດາ​ຂໍ້​ຈຳ​ກັດ, ຄົງ​ຄ້າງ, ສືບ​ຕໍ່​ໂຄສະນາ​ເຜີ​ຍ​ແຜ່​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​, ບັນດາ​ແບບຢ່າງ, ວຽກ​ດີ​ຄົນ​ເດັ່ນ, ການ​ຮຳ່ຮຽນ ​ແລະ ​ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ຂອງ​ປະ​ທານ ​ໂຮ່ຈີ​ມິນ ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ຄວາມ​ເປັນ​ເອກະ​ພາບ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ພາຍ​ໃນ​ພັກ ​ແລະ ​ໃນ​ທົ່ວ​ສັງຄົມ. ທ່ານ​ນາຍົກລັດຖະມົນ​ຕີ ກໍ່​ສະ​ເໜີ​ຜັນ​ຂະຫຍາຍ​ການ​ນຳ​​ເອົາກົດໝາຍ​ວ່າ​ດ້ວຍສື່​ມວນ​ຊົນ​ປີ 2016 ​ເຂົ້າ​ສູ່​ຊີວິ​ດຕົວ​ຈິງ​ໂດຍ​ໄວ ພ້ອມ​ທັງ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ວາງແຜນ​ກຳນົດ​ສື່​ມວນ​ຊົນ​ຢ່າງ​ເຂັ້ມ​ງວດ.


ຂ່າວ/ບົດ​ອື່ນ