ສື່ມວນຊົນຝຣັ່ງຕີລາຄາຫວຽດນາມແມ່ນຕະຫຼາດຂະຫຍັນຂັນເຄື່ອນ,ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາ

ສື່ມວນຊົນຝຣັ່ງຕີລາຄາຫວຽດນາມແມ່ນຕະຫຼາດຂະຫຍັນຂັນເຄື່ອນ,ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາ - ảnh 1ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ໃນການຢ້ຽມຢາມ ຫວຽດນາມ ຫວ່າງແລ້ວນີ້
(ພາບ: Phạm Kiên/TTXVN)


(vovworld) – ​ເນື່ອງ​ໃນ​ໂອກາດ​ການ​ມາຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande, ​ໃນ​ອາທິດ​ກ່ອນ, ສື່​ເອກ​ເລັກ​ໂຕ​ນິກ Capital.fr ຂອງ ຝຣັ່ງ ຫາ​ກໍ່​ມີ​ບົດ​ຂຽນ​ຕີລາຄາວ່າ: ຫວຽດນາມ ​ມີ​ຄວາມຂະຫຍັນ​ຂັນ​ເຄື່ອນ ​ແລະ ພວມ​ກາຍ​ເປັນ​ຕະຫຼາດ​ນັບ​ມື້​ນັບ​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ຈາກ ຝຣັ່ງ. ຕາມ​ບົດ​ຂຽນ​ແລ້ວ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່ ອາຊີ, ດ້ວຍ​ລະດັບ​ເຕີບ​ໂຕ​ແບບ​ຍືນ​ຍົງ, ບັນລຸ​ກ່ວາ 6% ​ໃນ​ແຕ່ລະ​ປີ, ນັບ​ແຕ່​ປີ 2014, ​ແລະ ຕາມ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (OECD) ​​ແລ້ວ, ລະດັບ​ນີ້​ຈະ​ສືບ​ຕໍ່​ໄດ​້ຮັບ​ການ​ຮັກສາ​​ໄວ້ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ໄພ​ເງິນ​ເຟີ້​ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ຢູ່​​ໃນລະ​ດັບ​ຕຳ່​ກ່ວາ 3%. ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ວ່າທີ່​ຕັ້ງ​ພູມ​ສາດ​ພິ​ເສດ​ກໍ່ໍ່​ແມ່ນ​ໜຶ່ງ​ໃນ​ບັນ​ທ່າ​ແຮງ​ຂອງ​ປະ​ເທດນີ້ ​ໃນ​ຂະນະ​ທີ່ ຫວຽດນາມ ມີ​ທ່າ​ກຳ່​ປັ່ນ ຫຼາຍ​ແຫ່ງຍ້ອນ​ມີ​ຝັ່ງ​ທະ​ເລ​ຍາວ​ກ່ວາ 3.200 ກມ ​ແລະ ນອນ​​ໃນ​ບັນດາ​ເສັ້ນທາງ​ການ​ຄ້າ​ຕົ້ນ​ຕໍຂອງ​ໂລກ​, ສ້າງ​ເງື່ອນ​ໄຂ​ໃຫ້​​ປະ​ເທດ​​ເປ​ີ​​ດປະຕູ​ດ້ານການ​ຄ້າ​ກັບສາກົນ. ອີກ​ອັນ​ໜຶ່ງ, ຫວຽດນາມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ​້ອນດ້ານ​ກະສິກຳ​ທີ່​ໝັ້ນຄົງ​ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ຜະລິດ​ຕົ້ນຕໍ​ຂອງ​ໂລກ​ກ່ຽວ​ກັບ​ເຂົ້າສານ, ສິນ​ທະ​ເລ, ກາ​ເຟ, ພ້ອມ​ທັງ​ມີ​ຂະ​ແໜງ​ທ່ອງ​ທ່ຽວພັດທະນາ​ຢ່າງໄວ.

        ບົດ​ໜັງ​ສື​ພິມ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ນັກ​ຂ່າວ Dominique Baillard​ ​ໂດ​ຍ​ໃຫ້​ຮູ້​ວ່າ: ​ໃນ​ປີ 2016, ຫວຽດນາມ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ພວມ​ພັດທະນາ​ທີ່​ດຶງ​ດູດ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ດ້ວຍ​ພົນລະ​ເມ​ືອງໜຸ່ມ, ຫວຽດນາມ ຈະ​ແມ່ນ​ຕະຫຼາດ​ພາຍ​ໃນ​ທີ່ມີ​ຄວາມ​ສາມາ​ດບົ່ມ​ຊ້ອນ​ຫຼາຍ​ຢ່າງ​ດ້ວຍ​ກຳລັງ​ຊື້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ນີ້​ກໍ່​ແມ່ນ​ແຫຼ່ງສະໜອງ​ຄົນ​ງານ​ທີ່​ອຸດົມ​ສົນ​ບູນ ​ແລະ ມີ​ສີມື​​ແຮງ​ງານສູງ. 


ຂ່າວ/ບົດ​ອື່ນ