ສື່ມວນຊົນຝລ່ັງຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ

ສື່ມວນຊົນຝລ່ັງຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1


(vovworld)- ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ຫນັງສືພິມ​ສຳຄັນ​ຂອງຝລ່ັງ ຫລາຍ​ສະບັບສືບ​ຕໍ່​ລົງ​ພິມ​ບົດ​ຄັດຄ້ານ​ການ​ກະທຳ​ໄຮ້​ເຫ​ດຜົນ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ກໍ​ຄື​ການ​ກະທຳ​ສືບ​ຕໍ່​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ທະ​ເລ​ຕາ​ເວັນ​ອອກ.

ຫນັງສືພິມ “Le Figaro” ສະບັບ​ອອກ​ວັນ​ທີ 20/6 ​ໄດ້​ລົງພິມ​ບົດ​ເນັ້ນ​ຫນັກ​ເຖິງ​ ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮຢາງ 981 ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສາຍ​ເຫດ​ພາ​ໄປ​ເຖິງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ຝ່າຍ​ຈີນ ຢູ່ ຫວຽດນາມ.

​ໃນ​ບົດ​ຂຽນ​“ ​ເພື່ອ​ນ້ຳມັນ: ຈີນ ຢາກ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ 4 ຮ້ານ​ຢູ່​ໃກ້​ກັບ​ບັນດາ​ເກາະ​ພວມ​ຂັດ​ແຍ້​ງກັບ ຮ່າ​ໂນ້ຍ” ຂອງຫນັງສືພິມ​ມະນຸດສະທຳ( Ihumanité)” ສະບັບ​ອອກ​ວັນ​ທີ 20/6 ​​ໄດ້​ຢືນຢັນ​ວ່າ: ການ​ກະທຳ​ຂອງ​ຈີນ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ຢາກ​ຄວາມ​ມັກ​ໃຫຍ່​ໄຝ່ສູງກ່ຽວ​ກັບຜືນ​​ແຜ່ນ​ດິນ​ຢູ່​ເຂດ​ທະ​ເລ​ຮ່ວມ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮ​ືອນຄຽງ. ບົດ​ຂຽນ​ໄດ້​ຄັດ​ສ​ະ​ເຫ​ນີຄຳ​ຖະ​ແຫລ​ງ​ໂດຍຈ່ອງ​ຫອງແລະ ທ້າ​ທາຍຕໍ່​ຫາງ​ສຽງ​ສາກົນ​ຂອງ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຮວາ​ຊຸ່ນຢີງ ທີ່​ຖື​ວ່າ:  “ຜູ້ໃດ​ກໍ​ມີ​ສິດ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຕໍ່ຫນ້າ​ເຮືອນ​ຂອງຕົນ ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ວິຕົກ​ກັງວົນ​ຂອງ​ຜູ້​​ອື່ນ.” ​ໃນ​ຂະນະ​ນັ້ນ, ​ໃນ​ຫນ້າ​ທຳ​ອິດ​ຂອງ​ຫນັງສືພິມ “​ໂລກ” ຂອງ​ນັກ​ຂ່າວ Bruno Philip, ​ຜູ້​ທີ່​ຫາ​ກໍ​ໄປ​ປະຕິບັດ​ງານ​ຢູ່​​ເຂດ​ທະ​ເລຈີ​ນຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ​ໃນ​ສາລະ​ຄະດີ “ການ​ຂັບ​ໄລ່​ຢູ່​ໝູ​່ເກາະ​ຮ່ວາງ​ຊາ” ດ້ວຍ​ຖານະ​​ແມ່ນ​ຜູ້​ທີ່​ມີຫນ້າ​ເທິງ​ກຳ​ປັ່ນ​ຂອງ ຕຳຫລວດ​ທະ​ເລ​ຫວຽດນາມ, ນັກ​ຂ່າວ Bruno Philip ​ໄດ້​ພັນລະນາ​​ເລື່ອງ​ກຳ​ປັ່ນ​ຂອງ​ຈີນ ​ໄດ້​ຂັບ​ໄລ່,​ນາບ​ຂູ່​ບັນດາ​ກຳ​ປັ່ນ​ຂອງ​ຫວຽດນາມ ​ແລະ ກຳລັງ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ ​ໄດ້​ກ້າຫານ​ຫລຸດ​ພົ້ນ​ອອກ​ຈາກ​​ເງື່ອນ​ງຳ​ຂອງ​ກຳ​ປັ່ນ​ຈີນ, ຫລີກລ້ຽງ​ຄວາມ​ເສຍ​ຫາຍ​ຍ້ອນ​ກຳ​ປັ່ນ​ຈີນ​ຕຳ​ໃສ່.

ຂ່າວ/ບົດ​ອື່ນ