ສື່ມວນຊົນພາກພື້ນເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມອິນໂດເນເຊຍຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ

(VOVWORLD) -ສື່ມວນຊົນພາກພື້ນໄດ້ລົງບົດຄວາມທີ່ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການ ແລະ ການເຂົ້າຮ່ວມກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 44 (AIPA-44) ຂອງທ່ານປະທານສະພາແຫ່ງຊາດເວືອງດີ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ.
ສື່ມວນຊົນພາກພື້ນເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມອິນໂດເນເຊຍຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ - ảnh 1ທ່ານປະທານສະພາແຫ່ງຊາດເວືອງດີ່ງເຫ້ວ ກ່າວຄຳເຫັນທີ່ເວທີປາໄສຄູ່ຮ່ວມມືຍຸດທະສາດຫວຽດນາມ-ອີນໂດເນເຊຍ

      ບົດນຳຂອງສຳນັກຂ່າວສານທາງການ Antara ຢືນຢັນວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນວ່າ ນະໂຍບາຍການຕ່າງປະເທດຂອງຫວຽດນາມ ຖືເປັນສຳຄັນການພົວພັນ 2 ຝ່າຍກັບ ອິນໂດເນເຊຍ ແລະ ປາດຖະໜາຢາກປະກອບສ່ວນສ້າງສະພາບແວດລ້ອມແຫ່ງ ສັນຕິພາບ ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ.

    ກ່ຽວກັບການພົວພັນຫວຽດນາມ - ອິນໂດເນເຊຍ,  Antara ຖືວ່າ, ປະຊາຊົນສອງປະເທດໄດ້ຮ່ວມມືຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ; ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ ຈາກ ດ້ານການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ ຕະຫຼອດຮອດການພົວພັນແລກປ່ຽນປະຊາຊົນ. ການຄ້າສອງຝ່າຍຄາດວ່າຈະສືບຕໍ່ເພີ່ມຂຶ້ນໃນໄລຍະຈະມາເຖິງ, ແທດເໝາະກັບລະດັບເຕີບໂຕເສດຖະກິດຂອງແຕ່ລະປະເທດ. ກ່ຽວກັບການຮ່ວມມືລັດຖະສະພາ, ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ ໂດຍຜ່ານການຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລັດຖະສະພາໃຫ້ດີກ່ວາອີກ, ເຊັ່ນ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາຄະນະກຳມະການວິຊາການ ແລະ ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ.

   ໃນຂະນະນັ້ນ, ໃນບົດປະກອບຄຳເຫັນທີ່ລົງພິມໃນ Asia Review, Kompasiana ແລະ Republik Merdeka, ທ່ານ Veeramalla Anjaiah, ຜູ້ຊ່ຽວຊານຄົ້ນຄວ້າອາວຸໂສຂອງສູນສຶກສາອາຊີຕາເວັນອອກສ່ຽງໃຕ້ (CSEAS), ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການນຳຫວຽດນາມ. ໃນການພົວພັນກັບອິນໂດເນເຊຍ. ການຢ້ຽມຢາມຍັງສະແດງໃຫ້ ເຫັນນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ການນໍາຂອງສອງປະເທດ, ພ້ອມແລ້ວ ທີ່ຈະມຸ່ງໄປເຖິງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງເພື່ອຜົນປະໂຫຍດຂອງປະຊາຊົນກໍ່ຄືສັນຕິພາບ ແລະສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້. ນອກນັ້ນ, ການຢ້ຽມຢາມຍັງຈະເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ