ສື່ມວນຊົນລັດເຊຍ ຊົນເຊີຍການພົວພັນຮ່ວມມືລະຫວ່າງລັດເຊຍ - ຫວຽດນາມ

ສື່ມວນຊົນລັດເຊຍ ຊົນເຊີຍການພົວພັນຮ່ວມມືລະຫວ່າງລັດເຊຍ - ຫວຽດນາມ  - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang
​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ​ສະຫະພັນ​ລັດ​ເຊຍ
( ພາບ: sggp.org.vn )


( vovworld ) -    ​​ໃຫ້​ຂ່າວ​ກ່ຽວ​ກັບການ​ພົບ​ປະ​ເຈລະຈາ​ເມື່ອ​ຕອນ​ບ່າຍ​ວັນ​ທີ 26/7 ຢູ່​ນະຄອນຫຼວງ​ມົດສກູ ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ແລະ ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ທີ່​ພວມ​ຢູ່​ຢ້ຽມຢາມ​ສັນຖະວະ​ໄມຕີ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ບັນດາພາຫະ​ລະ​ຊື່​ມວນ​ຊົນ​ລັດ​ເຊຍ ກໍ​ຄື​ສຳ​ນັກ​ຂ່າວສານ ITAR – TASS, RIA – Novosti, ບັນດາ​ຊ່ອງ​ໂທລະພາບ “ລັດ​ເຊຍ” ລ້ວນ​ແຕ່​ຍ້ອງຍໍ​ສັນລະ​ເສີນສາຍ​ພົວພັນ​ຮ່ວມ​ມື​ທີ່​ມີ​ປະສິດທິຜົນ​ລະຫວ່າງ​ລັດ​ເຊຍ ​ແລະ ຫວຽດນາມ. ສື່​ມວນ​ຊົນ​ລັດ​ເຊຍ ຊີ້​ແຈ້​ງວ່າ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ຄັ້ງ​ນີ້​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ ​ແລະ ມີລັກສະນະ​ສຳຄັນ​ພິ​ເສດ​ທີ່​ມີ​ຕໍ່​ສອງ​ປະ​ເທດ. ທ່ານ​ໄດ້​ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ ​ແລະ ຫວຽດນາມ ກ່ຽວ​ກັບ​ເສດຖະກິດ - ການ​ຄ້າ ​ແລະ ​ໃນ​ຂົງ​ເຂດ​ມະນຸດສະທຳ​ແມ່ນ​ມີ​ປະສິດທິ​ຜົນ​ສູງ, ດ້ວຍ​ວົງ​​ເງິນ​ການ​ຄ້າ​ແລກປ່ຽນ​ສິນ​ຄ້າ​ໃນ​ປີ 2011 ​ໄດ້​ເພີ​່ມຂຶ້ນ 25% ​ແລະ ບັນລຸ 3 ຕື້ USD. ​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານ​ປະ​ເທດ Truong Tan Sang ຢ້ຽມຢາ​ມລັດ​ເຊຍ, ສຳນັກ​ຂ່າວສານ​ວັງ Kremlin ​ໄດ້​​ອອກແຈ້ງ​ການໜັງສືພິມ​ ຊີ້​ແຈ້ງໝາກຜົນ​ຂອງ​ການ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ​ຫວຽດນາມ ລັດ​ເຊຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສຶກສາ ​ແລະ ທ່ອງ​ທ່ຽວ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຂ່າວ/ບົດ​ອື່ນ