ສື່ມວນ​ຊົນ​ລັດ​ເຊຍ ພ້ອມ​ກັນ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ​ ກັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin

(VOVWORLD) -  ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ ໃນໂອກາດທີ່ທ່ານໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ
ສື່ມວນ​ຊົນ​ລັດ​ເຊຍ ພ້ອມ​ກັນ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ​ ກັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin - ảnh 1ໜ້າເວັບໄຊ Gazeta.ru (ພາບ: VOV )

ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍໜັງສືພິມຕ່າງໆຢູ່ລັດເຊຍຄື: Ria Novosti, ໜັງສືພິມລັດເຊຍ,  Kremlin.ru, Kommersant… ໄດ້ພ້ອມກັນເອົາລົງໃນສະບັບວັນທີ 8 ສິງຫາ.

ຕາມໜັງສືພິມຕ່າງໆແລ້ວ, ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ ໃນໂອກາດທີ່ທ່ານໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເຄື່ອນໄຫວຂອງພັກ ແລະ ລັດ. ສອງຝ່າຍໄດ້ຢັ້ງຢືນຄວາມຕັດສິນໃຈລວມໃນການສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ລັດເຊຍ ແລະ ຫວຽດນາມ ກໍ່ຄືເພີ່ມທະວີການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ. ການນຳສອງທ່ານກໍ່ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ພາຍຫຼັງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານາທິບໍດີ ລັດເຊຍ Putin ໃນວັນທີ 20 ມິຖຸນາ, ກໍ່ຄືການຮ່ວມມືລະຫວ່າງສອງຝ່າຍບົນເວທີສາກົນ, ພິເສດແມ່ນໃນສະພາບການທີ່ ລັດເຊຍ ຮັບດຳລົງຕຳແໜ່ງເປັນປະທານກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (BRICS).

ຕອບກັບ

ຂ່າວ/ບົດ​ອື່ນ