ສື່ມ​ວນ​ຊົນ​ລັດ​ເຊ​ຍ ລົງ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມລັດ​ເຊຍ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວ​ຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຢ່າງ​ຫຼວງຫຼາຍ

(VOVWORLD) -ໃນຊຸມວັນທີ່ຜ່ານມາ, ບັນດາສຳນັກຂ່າວສານ ແລະ ສື່ມວນຊົນໃຫຍ່ຂອງ ລັດເຊຍລ້ວນແຕ່ໄດ້ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຢ່າງເປັນທາງການ ແລະ ບັນດາການເຈລະຈາຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກັບການນຳບັນດາອົງການນິຕິບັນຍັດ ແລະ ລັດຖະບານລັດເຊຍ.
ສື່ມ​ວນ​ຊົນ​ລັດ​ເຊ​ຍ ລົງ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມລັດ​ເຊຍ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວ​ຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຢ່າງ​ຫຼວງຫຼາຍ - ảnh 1ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ V. Volodin ປະທານສະພາ Duma ລັດເຊຍ 

ວັນທີ 10 ທັນວາ, ເວັບໄຊຂອງ ສະພາ ສະຫະພັນລັດເຊຍ - Pnp.ru ໄດ້ລົງຂ່າວທີ່ມີຫົວຂໍ້ວ່າ “ສະພາ ສະຫະພັນ ລັດເຊຍ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ເຫັນດີເປັນເອກະພາບ ພັດທະນາການຮ່ວມມື”.

        ສຳນັກຂ່າວສານລັດເຊຍ Tass ກໍ່ໄດ້ລົງຂ່າວໂດຍຄັດສະເໜີຄຳເວົ້າຂອງທ່ານ V.Matvienko ປະທານສະພາສະຫະພັນລັດເຊຍທີ່ວ່າ “ສະພາແຫ່ງຊາດ ລັດເຊຍ ແລະ ຫວຽດນາມຈະ ຄວບຄຸມ ວິວັດທະນາການປຶກສາຫາລືສັນຍາຫຼາຍສະບັບ”.

        ໃນຂະນະນັ້ນ, ຊ່ອງໂທລະພາບສູນກາງ ລັດເຊຍ 1tv ໄດ້ໃຫ້ຂ່າວວ່າ ທີ່ການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ນາຍົກລັດຖະມົນຕີ ລັດເຊຍ D.Medvedev ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດມີລັກສະນະຍຸດທະສາດ ແລະ ຍາວນານ, ພວມພັດທະນາແບບຍືນຍົງ ແລະ ສຳຄັນແມ່ນ ການຮັກສາທ່າອ່ຽງນີ້.

ແອັງຕູ, ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ