ສື່ມວນຊົນລັດເຊຍ: ຫວຽດນາມ ແມ່ນປະເທດມີຄວາມຮັບຜິດຊອບຕໍການພັດທະນາແບບຍືນຍົງຂອງໂລກ

(VOVWORLD) -ບົດຂຽນໄດ້ເນັ້ນໜັກພິເສດເຖິງບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ທີ່ສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76.
ສື່ມວນຊົນລັດເຊຍ: ຫວຽດນາມ ແມ່ນປະເທດມີຄວາມຮັບຜິດຊອບຕໍການພັດທະນາແບບຍືນຍົງຂອງໂລກ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

ສຳນັກຂ່າວສານສະຫະພັນລັດເຊຍ (Riafan) ຫາກໍ່ລົງບົດຂຽນຕີລາຄາສູງບົດບາດ, ທີ່ຕັ້ງສາກົນທີ່ນັບມື້ນັບເພີ່ມຂຶ້ນສູງຂອງ ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນຖານະຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

        ບົດຂຽນໄດ້ເນັ້ນໜັກພິເສດເຖິງບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ທີ່ສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76. ຕາມນັ້ນແລ້ວ, ໜຶ່ງໃນບັນດາບັນຫາພວມໄດ້ຮັບຄວາມສົນໃຈຈາກທົ່ວໂລກໄດ້ຍົກອອກມາໃນບົດກ່າວປາໄສຂອງທ່ານປະທານປະເທດ ຫວຽດນາມ ຢູ່ສະຫະປະຊາຊາດ ກ່ຽວກັບການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ບົດກ່າວປາໄສຢືນຢັນວ່າ ໂລກບໍ່ປອດໄພເມື່ອປະຊາຊົນ ຫຼື ປະເທດໃດຍັງບໍ່ທັນປອດໄພຕໍ່ໂລກລະບາດ, ພ້ອມກັນນັ້ນໄດ້ຍົກອອກບັນດາຂໍ້ສະເໜີມີລັກສະນະສ້າງສັນ ແນໃສ່ຄວບຄຸມໂລກລະບາດຄື: ຍົກເລີກຮົ້ວກີດຂວາງສຳລັບວິວັດການແຈກຢ່າຍວັກຊິນ, ໃນນັ້ນໃຫ້ບຸລິມະສິດແກ່ບັນດາປະເທດມີອັດຕາສັກວັກຊິນຕ່ຳ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ - ການຄ້າ ເພື່ອຟື້ນຟູພື້ນຖານເສດຖະກິດໂລກ; ຍູ້ໄວການຫັນເປັນດີຈີຕອນ ແລະ ນຳໃຊ້ເຕັກໂນໂລຊີຂຽວ.

        ສິ້ນສຸດບົດຂຽນ, ຜູ້ຂຽນໄດ້ຢືນຢັນວ່າ ປັດໃຈທັງໝົດເຫຼົ່ົານັ້ນໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ມີຄວາມຮັບຜິດຊອບຕໍ່ການພັດທະນາແບບຍືນຍົງຂອງໂລກ, ໂດຍອີງໃສ່ 3 ເສົ້າຄ້ຳຕົ້ນຕໍແມ່ນເສດຖະກິດ-ສັງຄົມ-ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ