ສື່ມວນຊົນລັດເຊຍ ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຂອງປະທານປະເທດ Truong Tan Sang

ສື່ມວນຊົນລັດເຊຍ ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຂອງປະທານປະເທດ Truong Tan Sang   - ảnh 1

(ພາບ:ອິນ​ເຕີ​ແນັດ)​

( vovworld ) – ຕອນ​ບ່າຍວັນ​ທີ 27/7, ​ໂທລະພາບ​ປະ​ເທດ​ລັດ​ເຊຍ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ພົບ​ປະ​ເຈລະຈາລະ​ຫວ່າງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ປະທານາທິບໍດີ​ລັດ​ເຊຍ V.Putin ປູ່ Sochi ຊື່​ງ​ແມ່ນ​ນະຄອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ໃຕ້​ລັດ​ເຊຍ, ພາ​ຍຫຼັງ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ມູນ​ຕົວ​ເລກ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ຊ່ອງ 1 ​ໂທລະພາບ​ປະ​ເທດ​ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ຄຳ​ປາ​ໄສ​ຂອງປະທານາທິບໍດີ​ລັດ​ເຊຍ V.Putin ກ່ຽວ​ກັບ​ຄວາມ​ໝາຍຂອງ​ສາຍ​ພົວພັນ​ສອງ​ປະ​ເທດ. ປະທານາທິບໍດີ​ລັດ​ເຊຍ V.Putin ຖື​ວ່າ: “ການ​ພົວພັນ​ລະຫວ່າ​ງລັດ​ເຊຍ-​ຫວຽດນາມ ມີ​ຕົ້ນກຳ​ເນີ​ດມາ​ແຕ່​ດົນ​ນານ, ປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາມີ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຊື່​ງກັນ ​ແລະ ກັນ ​ແລະ ສິ່ງດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ພັດທະນາ​ການ​ພົວພັນ​ໃນ​ປະຈຸ​ບັນ. ປະຈຸ​ບັນ, ການ​ພົວພັນ​ຂອງ​ພວກ​ເຮົາ​ໄດ້​ພັດທະນາ​ໃນ​ທຸກ​ຂົງ​ເຂດ. ວົງ​ເງິນ​ແລກປ່ຽນ​ສິນຄ້າ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ໄດ້​ກ່ວາ 3 ຕື້​ໂດ​ລາ​ສະຫະລັດ​ໃນ​ປີຜ່ານມາ. ພວກ​ເຮົາ​ມີ​ຫຼາຍ​ໂຄງການ​ໃຫ່ຍທີ່​ສຳຄັນ​ສຳລັບ​ທັງສອງ​ປະ​ເທດ“.

  ບັນດາ​ສຳນັຂ່າວສານ​ຂອງ​ລັດ​ເຊຍ​ຄື:  ITAR-TASS, RIA-Novosti, ວິທະຍຸ​ກະຈາຍສຽງ​ລັດ​ເຊຍ ກໍ່​ຄື​ຊ່ອງ​ສື່​ມວນ​ຊົນ​ອື່ນໆ​ລ້ວນ​ແຕ່​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ​ນີ້. ສະ​ເພາະວິທະຍຸ​ກະຈາຍສຽງ​ລັດ​ເຊຍ ຍັງ​ມີ​ບົດ​ຂຽນ​ຫຼາຍ​ບົດ​ລົງ​ເລິກ​​ເຖິງ​ສາຍ​ພົວພັນລະ​ຫວ່າງສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ, ​ໃນ​ນັ້ນ​ເນັ້ນໜັກ​ວ່າ: ການ​ຮ່ວມ​ມື​ລະຫວ່າ​ງລັດ​ເຊຍ-​ຫວຽດນາມ ​ມີ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ສອດຄ່ອງ​ກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໄດ້​ລົງ​ນາມ​​ເມື່ອ​ເດືອນ 3/2011.

ຂ່າວ/ບົດ​ອື່ນ