ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ເສີນ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

(VOVWORLD) -   ໜັງສືພິມ Pathet Lao ແລະ ໜັງສືພິມເອເລັກໂຕນິກ ຂອງສຳນັກຂ່າວສານປະເທດລາວ ສະບັບອອກວັນທີ 10 ກັນຍາ ມີບົດຂຽນ “ເສີມຂະຫຍາຍມູນເຊື້ອປະຫວັດສາດປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບເຕີບໃຫຍ່ ຢ່າງບໍ່ຢຸດຢັ້ງ”. 
ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ເສີນ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ - ảnh 1ສື່ມວນຊົນລາວ ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ແມ່ນສັນຍາລັກທີ່ມີຊີວິດຊີວາ, ສະແດງນ້ຳໃຈອັນດີງາມ, ເລິກເຊິ່ງໜຽວແໜ້ນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຜູກພັນຮັກໄຄ່, ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ. ສອງປະເທດ ເນັ້ນໜັກ ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນສອງປະເທດໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ພ້ອມທັງປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງສອງພັກ, ສອງລັດ.

        ກໍໃນວັນດຽວກັນ, ບັນດາໜັງສືພິມໃຫຍ່ຂອງລາວ ຄື ປະຊາຊົນ, ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ; ເວັບໄຊ Vientiane Mai; ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ; ສະຖານີໂທລະພາບແຫ່ງຊາດ ລາວ… ກໍໄດ້ລົງຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ  ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ