ສື່ມວນ​ຊົນ​ລາວ ລົງ​ຂ່າວ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່ຽວ​ກັບ​ການ​ພົວ​ພັນ​ແບບ​ພິ​ເສດ ຫວ​ຽດ​ນາມ - ລາວ

(VOVWORLD) - ບັນດາບົດຂຽນໄດ້ສຸມສ່ເຂົ້າຫົວຂໍ້ “ລາວ - ຫວຽດນາມ ສືບຕໍ່ເຮັດແໜ້ນການພົວພັນແບບພິເສດ”, ເຕື້ອງເຖິງບັນດາເນື້ອໃນສຳຄັນ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປຶກສາຫາລື ໃນການເຈລະຈາວັນທີ 6 ມັງກອນ.
ສື່ມວນ​ຊົນ​ລາວ ລົງ​ຂ່າວ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່ຽວ​ກັບ​ການ​ພົວ​ພັນ​ແບບ​ພິ​ເສດ ຫວ​ຽດ​ນາມ - ລາວ - ảnh 1ໜ້າເວັບໄຊ KPL (ພາບ: TTXVN)

ໃນວັນທີ 6 ແລະ ວັນທີ 7 ມັງກອນ, ມີຫຼາຍອົງການສື່ມວນຊົນຂອງລາວຄື: ປະຊາຊົນ, ປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ລາວພັດທະນາ… ໄດ້ພ້ອມກັນລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງປະເທດ ສປປ.ລາວ.

ບັນດາບົດຂຽນໄດ້ສຸມສ່ເຂົ້າຫົວຂໍ້ “ລາວ - ຫວຽດນາມ ສືບຕໍ່ເຮັດແໜ້ນການພົວພັນແບບພິເສດ”, ເຕື້ອງເຖິງບັນດາເນື້ອໃນສຳຄັນ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປຶກສາຫາລື ໃນການເຈລະຈາວັນທີ 6 ມັງກອນ.

ບັນດາອົງການສື່ມວນຊົນ ລາວ ໃຫ້ຮູ້ວ່າ ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ ສອງປະເທດ ຫວຽດນາມ - ລາວ ໄດ້ເຫັນສັກຂີພິຍານ ພິທີລົງນາມເອກະສານຮ່ວມມື 4 ສະບັບລວມມີ: ອະນຸສັນຍາຮ່ວມມື ປ້ອງກັນຊາຍແດນ ລະຫວ່າງກະຊວງປ້ອງກັນຊາຍແດນ ຫວຽດນາມ - ລາວ, ບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືລະຫວ່າງຫ້ອງວ່າການລັດຖະບານ ຫວຽດນາມ - ຫ້ອງວ່າການທຳນຽບນາຍົກລັດຖະມົນຕີ ລາວ; ບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າວເຂດຊາຍແດນລະຫວ່າງສອງລັດຖະບານ ຫວຽດນາມ - ລາວ, ແຜນການຮ່ວມມືປີ 2024 ລະຫວ່າງກະຊວງສຶກສາທິການ - ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ