ສື່ມວນ​ຊົນ​ລາວ ລົງ​ຂ່າວ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ສະ​ພາ​ແ​ຫ່ງ​ຊາດ ລາວ ໄຊ​ສົ​ມ​ພອນ ພົມ​ວິ​ຫານ

(VOVWORLD) -ໜັງສືພິມປະຊາຊົນ ກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດ ລາວ, ໄດ້ລົງບົດຂຽນ “ທ່ານປະທານສະພາແຫ່ງຊາດລາວ ຢ້ຽມຢາມສັນຖະວະໄມຕີ ສສ.ຫວຽດນາມ ຢ່າງເປັນທາງການ”. ບົດຂຽນ ໄດ້ຫວນຄືນບັນດາການເຄື່ອນໄຫວໃນວັນທີ 6 ທັນວາຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ.



ສື່ມວນ​ຊົນ​ລາວ ລົງ​ຂ່າວ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ສະ​ພາ​ແ​ຫ່ງ​ຊາດ ລາວ ໄຊ​ສົ​ມ​ພອນ ພົມ​ວິ​ຫານ - ảnh 1ພາບປະກອບ

ບັນດາໜັງສືພິມໃຫຍ່ຂອງ ລາວສະບັບອອກໃນວັນທີ 7 ທັນວາ ໄດ້ລົງຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ເຊິ່ງໄດ້ເນັ້ນໜັກວາ ການຢ້ຽມຢາມບໍ່ພຽງແຕ່ປະກອບສ່ວນປັບປຸງສາຍພົວພັນຢ່າງສະໜິດແໜ້ນລະຫວ່າງສອງສະພາແຫ່ງຊາດເທົ່ານັ້ນ, ຫາກຍັງປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ສອງປະເທດ ເລິກເຊິ່ງກວ່າອີກ.

ໜັງສືພິມປະຊາຊົນ ກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດ ລາວ, ໄດ້ລົງບົດຂຽນ “ທ່ານປະທານສະພາແຫ່ງຊາດລາວ ຢ້ຽມຢາມສັນຖະວະໄມຕີ ສສ.ຫວຽດນາມ ຢ່າງເປັນທາງການ”. ບົດຂຽນ ໄດ້ຫວນຄືນບັນດາການເຄື່ອນໄຫວໃນວັນທີ 6 ທັນວາຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ.

ກໍ່ເຕື້ອງເຖິງບັນດາການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົນວິຫານ, ໜັງສືພິມ Vientiane Times ໄດ້ມີບົດຂຽນຕີລາຄາສູງການຮ່ວມມືລະຫວ່າງ ສະພາແຫ່ງຊາດ ລາວ ແລະ ຫວຽດນາມ, ເຊິ່ງເນັ້ນໜັກວ່ານີ້ແມ່ນການປະຕິບັດງານຄັ້ງທຳອິດຂອງທ່ານ ໄຊສົມພອນ ພົມວິຫານນັບແຕ່ເວລາໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ລາວເມື່ອຕົ້ນປີນີ້. ຕາມບົດຂຽນແລ້ວ, ຢູ່ທີ່ການເຈລະຈາສອງຝ່າຍ ໄດ້ດຳເນີນໃນວັນທີ 6 ທັນວາ, ທ່ານປະທານສະພາແຫ່ງຊາດສອງປະເທດ ລາວ - ຫວຽດນາມ ຕີລາຄາສູງການຮ່ວມມືທີ່ນັບມື້ນັບໄດ້ຮັບການປັບປຸງລະຫວ່າງສະພາແຫ່ງຊາດສອງປະເທດ.

ນອກຈາກບັນດາໜັງສືພິມ, ບັນດາລາຍການອອກອາກາດຂອງ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ສະຖານີໂທລະພາບແຫ່ງຊາດ ຂອງ ລາວ ໄດ້ລົງຂ່າວ, ບັນດາຮູບພາບທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ຫວຽດນາມ ແລະ ບັນດາການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນພົມວິຫານ ຢ່າງຕໍ່ເນື່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ