ສື່ມວນຊົນລາວໃຫ້ຂ່າວກ່ຽວກັບການມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມຂອງທ່ານເລຂາທິການໃຫຍ່ບຸນຍັງວໍລະຈິດ

ສື່ມວນຊົນລາວໃຫ້ຂ່າວກ່ຽວກັບການມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມຂອງທ່ານເລຂາທິການໃຫຍ່ບຸນຍັງວໍລະຈິດ - ảnh 1
ໜັງ​ສື​ພິມ “ປະ​ຊາ​ຊົນ​ລາວ”

(vovworld) – ໃນ​ໜ້າ​ທຳ​ອິດ​ຂອງບັນ​ດາ​ໜັງ​ສື​ພິມຢູ່​ລາວ ສະ​ບັບ​ອອກວັນ​ທີ 28/4, ໄດ້​ລົງ​ພິມຫຼາຍ​ຂ່າວ,​ ບົດ, ພາບຖ່າຍ ແລະ ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ລາວ ກ່ຽວ​ກັບ​ການ​​ໄປຢ​້ຽມ​ຢາມ ສັນ​ຖະ​ວະ​ໄມ​ຕີ ​​ຫ​ວຽດ​ນາມ ຢ່າງ​ເປັນ​ທາງ​ການ ຂອງ ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານປະ​ເທດ​ລາວ ບຸນ​ຍັງ ​ວໍ​ລະ​ຈິດ ໃນ​ລະ​ຫວ່າງ ວັນ​ທີ 25-27/4.

        ໜັງ​ສື​ພິມ​ “ປະ​ເທດ​ລາວ” ເນັ້ນ​ໜັກ​ວ່າ: ການ​​ໄປຢ້ຽມ​ຢາມ ​ສັນ​ຖະ​ວະ​ໄມ​ຕີ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແມ່ນ​ການ​ເຄື່ອນ​ໄຫວ​​ທາງການ​ທູດ ຢູ່​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ ຂອງ​ທ່ານ ບຸນ​ຍັງ ​ວໍ​ລະ​ຈິດ ພາຍຫຼັງ​ ທ່ານໄດ້​ຮັບດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສ​ປ​ປ ລາວ. ສິ່ງດັ່ງ​ກ່າວ ​ໄດ້​ສະ​ແດງ​ໃຫ້ເຫັນ​ວ່າ​ ສ​ປ​ປ ລາວ ຢາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ​ການ​ພົວ​ພັນ​ກັບ ​ຫວຽດ​ນາມ. ໜັງ​ສື​ພິມ “ປະ​ຊາ​ຊົນ​ລາວ” ຢັ້ງ​ຢືນ​ວ່າ: ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ ມີ​ການ​ຜັນ​ແປຫຼາຍ​ຢ່າງກໍ່​ຕາມ, ແຕ່​ການ​ຮ່ວມ​ມື​ຮອບ​ດ້ານ ຄວາມ​ສາ​ມັກ​ຄີແບບພິ​ເສດ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ ທັງ​ລວງ​ກ້ວາງ ແລະ ລວງ​ເລິກ; ການ​ພົວ​ພັນ​ດ້ານ​ການ​ເມືອງ ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ; ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ໄດ້​ຮັບ​ການ​ເປີດກວ້າງ​ຢ່າງ​ລຽນ​ຕິດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງ​ ໃຫ້​ທັງ​ສອງ​ປະ​ເທດ… ໃນ​ຂະ​ນະ​ນັ້ນ, ໜັງ​ສື​ພີມ “ວຽງ​ຈັນທາມ” ໄດ້​ຄັດ​ສະ​ເໜີ ​ຄຳ​ປາ​ໄສ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປ​ະ​ເທດ​ລາວ ບຸນ​ຍັງ​ ວໍ​ລະ​ຈິດ ​ຢູ່​ສະ​ຖາ​ບັນການ​ເມືອງ​ແຫ່ງ​ຊາດ ໂຮ​ຈີ​ມີນ, ຢືນ​ຢັນ​ວ່າ: ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ ທີ່​ເຄີ​ຍ​ຮຽນ ຢູ່ສະ​ຖາ​ບັນ​ການ​ມືອງ, ຕົ້ນ​ຕໍແມ່ນແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ອັນ​ລ້ຳ​ຄ່າ, ປະ​ກອບ​ສ່ວນ​ໃຫ້​ການ​ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດລາວ; ພ້ອມ​ນັ້ນ​ກໍ່​ເປັນ​ຂົວ​ “ເຊື່ອມ​ຕໍ່”, ເປັນ​ “ແກ່ນ​ສານ” ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ສາຍ​ພົວ​ພັນ ທີ່ສະ​ໜິດ​ຕ​ິດ​ພັນ ແລະ ຫາ​ຍາກ ລະ​ຫວ່າງ ສອງ​ປະ​ເທດ ລາວ-ຫວຽດ​ນາມ. ກໍ່​ໃນ​ວັນ​ດຽວ​ກັນ, ໜັງ​ສື​ພິມ “Lao Phatthana” (ລາວ​ພັດ​ທະ​ນາ) ຂອງສະ​ມາ​ຄົມ​ນັກ​ຂ່າວ​ລາວ ໄດ້​ລົງ​ພິມ​ບົດ ແລະ ພາບ​ຖ່າຍ ດ້ວຍ​ຫົວ​ຂໍ້: “ໝາກ​ຜົນ​ການ​ໄປຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າ​ງ​ເປັນ​ທາງ​ການ ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ”, ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ ຂອງ​ການ​ນຳ​ສອງ​ປະ​ເທດ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວ​ັນ​ອອກ, ໂດຍ​ຢືນ​ຢັນ​ວ່າ: “ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​​ໜັ້ນ​ຄົງ, ຄວາມ​ປອດ​ໄພ ຢູ່​ທະ​ເລ​ຕາ​ເວ​ັນ​ອອກ”; ​ແລະ ​ເຫັນ​ດີເປັນ​ເອ​ກະ​ສັນ ຊຸກ​ຍູ້ການ​ແກ້​ໄຂ​ບັນ​ດາ​ການ​ຂັ​ດ​ແຍ່ງ​ກັນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ; ພ້ອມ​ກັບ​ບັນ​ດາ​ຝ່າຍ ປະ​ຕິ​ບັດ​ຖະ​ແຫຼງການ ກ່ຽວກັບ​ການ​ປະ​ພຶດ ຂອງ​ບັນ​ດາ​ຝ່າຍຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິ​ທິ​ຜົນ ແລະ ບັນ​ລຸ​ໄດ້ປະ​ມວນ​ຂໍ້​ກຳ​ນົດ ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວ​ັນ​ອອກ (COC) ໂດຍ​ໄວ ເພື່ອ​ແນ​ໃສ່ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ