ສື່ມວນຊົນລາວໃຫ້ຂ່າວກ່ຽວກັບການຢ້ຽມຢາມລາວຂອງປະທານປະເທດຫວຽດນາມເຈີ່ນດ້າຍກວາງໃນມໍ່ໆນີ້

ສື່ມວນຊົນລາວໃຫ້ຂ່າວກ່ຽວກັບການຢ້ຽມຢາມລາວຂອງປະທານປະເທດຫວຽດນາມເຈີ່ນດ້າຍກວາງໃນມໍ່ໆນີ້ - ảnh 1
ພາບປະກອບຈາກ ໝີບີ່ງ

(vovworld) – ​ບັນດາ​ໜັງ​ສື​ພິມ​ໃຫຍ່​ຂອງ​ລາວ ສະບັບ​ອອກ​ວັນ​ທີ 10/6 ​ກໍ່​ລ້ວນ​ແຕ່​ລົງ​ພິມ​ຂ່າວ​ໃນ​ໜ້າ​ຫຼັກ​ກ່ຽວ​ກັບ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ສປປ ລາວ ຂອງ​ທ່ານ​ປະທານ​ປະ​ເທ​ດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ​​ໃນ​ລະຫວ່າງ​ວັນ​ທີ 12 – 14/6 ຕາມ​ຄຳ​ເຊີນ​ຂອງ​ທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ.

        ​ໃນ​ໜ້າ​ທຳ​ອິດ​ຂອງ​ໜັງ​ສື​ພິມ ປະຊາຊົນ, ​ສຽງ​ຂອງ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ ລາວ ສະບັບ​ອອກ​ວັນ​ທີ 10/6 ​ໄດ້​​ລົງ​ພິມຊີວະ​ປະຫວັດ​ຫຍໍ້ ​ແລະ ວິວັດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ. ບົດ​ໜັງສືພິມ ​ໄດ້​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ​ເສີ​ມຂະຫຍາຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ.

         ໜັງສືພິມ ວຽງ​ຈັນໃໝ່, ​ສຽງ​ຂອງ​ຄະນະ​ພັກ ​ແລະ ອຳນາດ​ການ​ປົ​ກຄອງ​ນະຄອນຫຼວງ ວຽງຈັນ ​ໄດ້​ຢັ້ງຢືນ​ການ​ຢ້ຽມຢາມ​ຖືກ​​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ທັງ 2 ປະ​ເທດ​ຫາ​ກໍ່​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ຂອງ​ 2 ພັກຢ່າງ​ສຳ​ເລັດ​ຜົນກໍ່​ຄື​ຫາ​ກໍ່​ເລືອກ​ຕັ້ງ​ບັນດາ​ຕຳ​ແໜ່​ງການ​ນຳ​ຂັ້ນ​ສູງຂອງ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ.

        ໜັງ​ສີ​ພິມ ວຽງຈັນທາ​ມ ​ເນ​ັ້ນໜັກ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ລາວ ຂອງທ່ານ​ປະທານ​ປະ​ເທດ ຫວຽດນາມ ຖືກ​ຈັດ​ຕັ້ງ​ພາຍຫຼັງ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸ​ນຍັງ ວໍລະ​ຈິດ ​ໃນ​ເດືອນ 4/2016. ນີ້​ກໍ່​ແມ່ນ​ການ​ຢ້ຽມຢາມ ລາວ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃນ​ຖານະ​ຕຳ​ແໜ່​ງເປັນ​ປະທານ​ປະ​ເທດ.

        ໜັງສືພິມ​ປະ​ເທດ​ລາວ ​ໄດ້​ທົບ​ທວນຄື​ນບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ກາ​ນພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ບົດ​ໜັງສືພິມ​ສະຫລຸບ​ວ່າ: ການ​ຢ້ຽມຢາມ ລາວ ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຄັ້ງ​ນີ້​ຈະ​ແມ່ນ​ເຫດການ​ປະຫວັດສາດສຳຄັນ​ຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ, ປະກອບສ່ວນ​ເພີ່ມ​ພຸ​ນຄຸນ​ສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ.

        ສ່ວນບັນດາ​ໜັງສືພິມ​ສະບັບ​ຕ່າງໆ​ຄື: KPL (ສຳນັກ​ຂ່າວສານ​ລາວ), ​ເສດຖະກິດ​ສັງຄົມ, ​ເສດຖະກິດ​ການ​ຄ້າ… ສະບັບ​ອອກ​ວັນ​ທີ 10/6 ກໍ່​ລ້ວນ​ແຕ່​ໃຫ້​ຂ່າວ ​ແລະ ພາບ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ.

                                                       


ຂ່າວ/ບົດ​ອື່ນ