ສື່ມວນຊົນລາວໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບພິທີສະເຫລີມສະຫລອງວັນຊາດຫວຽດນາມທີ2/9

ສື່ມວນຊົນລາວໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບພິທີສະເຫລີມສະຫລອງວັນຊາດຫວຽດນາມທີ2/9 - ảnh 1
(ພາບປະກອບ)

(vovworld)- ໃນ​ຊຸມມື້​ຜ່ານ​ມາ,​ສື່ມວນ​ຊົນ​ລາວ ໄດ້​ລົງ​ພິມ​ບົດ, ຮູບ​ພາບ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ ລາວ ແລະ ຫວຽດ​ນາມ, ກ່ຽວ​ກັບ​ຄວາມ​ໝາຍ​ປະ​ຫວັດ​ສາດ, ການ​​ຜົນກະ​ທົບ​ຂອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2/9 ທີ່​ມີ​ຕໍ່​ພາ​ກ​ພື້ນ ແລະ ໂລກ ກໍ​ຄື​ບັນ​ດາ​ວິ​ລະ​ກຳ ແລະ ຜົ​ນ​ງານ​ທີ່​ຍິ່ງ​ໃຫຍ່ ຊື່ງ​ພັກ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ຍາດ​ມາ​ໄດ້​ໃນ 70 ປີ​ຜ່ານ​ມາ. ໃນ​ຊຸມ​ມື້​ແຕ່​ວັນ​ທີ 31/8-2/9, ຫນັງ​ສື​ພິມ​ປະ​ຊາ​ຊົນ, ຫນັງ​ສື​ພິມ ວຽງ​ຈັນ​ໃຫມ່, ລາວ​ພັດ​ທະ​ນາ.. ລ້ວນ​ແຕ່​ລົງ​ພິມ​ບົດ​ນຳ​ດ້ວຍ​ຫົວ​ຂໍ້​ວ່າ: ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ລາວ ແລະ ຫວຽດ​ນາມ ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ. ບັນ​ດາ​ບົດ​ຂຽນ​ທີ່​ລົງ​ພິມ​ໃນ​ຫນັງ​ສື​ພິມ​ດັ່ງ​ກ່າວ ລ້ວນ​ແຕ່​ຊົມ​ເຊີຍ​ວັນ​ຊາດ​ຫວຽດ​ນາມ ທີ 2/9 ແລະ ທົບ​ທວນ​ຄືນ​ຂີດ​ໝາຍ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ, ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ​ຍາດ​ມາ​ໄດ້​ໃນ 70 ປີ​ຜ່ານ​ມາ ກໍ​ຄື​ການ​ພົວ​ພັນ​ລະ​ຫວ່າງ​ ລາວ ແລະ ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ