ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ

(VOVWORLD) -ສື່ມວນຊົນໃນພາກພື້ນ ອາຊີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ ທີ່ເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະຍິງຮອບຊີງຊະນະເລີດ World Cup ຍິງ, ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງບັນດານັກກິລາບານເຕະ ຫວຽດນາມ.
ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ - ảnh 1 ທິມບານເຕະຍິງ ຫວຽດນາມ ໄດ້ສ້າງປະຫວັດສາດ ເມື່ອສາມາດເຂົ້າແຂ່ງຂັນທີ່ຮອບຊິງຊະນະເລີດ World Cup ຍິງ 2023 (ພາບ: TTXVN)

ໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ sportstar.thehindu.com ຖືວ່າ ໄຊຊະນະນີ້ ແມ່ນເຫດການທີ່ໜ້າຈົດຈຳໃນໄລຍະຜ່ານຜ່າຄວາມຫຍຸ້ງຍາກຂອງທິມບານເຕະຍິງ ຫວຽດນາມ ໃນຂະນະທີ່ມີສະມາຊິກຄົນໜຶ່ງຂອງທິມຕິດເຊື້ອໂຄວິດ - 19 ພາຍຫຼັງການຝຶກແອບ ແອັດສະປາຍ. ຄຽງຂ້າງນັ້ນ, ເຂົາເຈົ້າກໍຕ້ອງແຂ່ງຂັນກັບຄູ່ແຂ່ງທິມເຂັ້ມແຂງຄື ຍີ່ປຸ່ນ, ສ.ເກົາຫຼີ ແລະ ມຽນມາ.

ໃນເວັບໄຊຂອງ ສະຫະພັນບານເຕະໂລກ (FIFA) ໄດ້ໃຫ້ຂໍ້ສັງເກດວ່າ ນັກເຕະບານຍິງ ຫວຽດນາມ ໄດ້ມີການແຂ່ງຂັນທີ່ດີເລີດເພື່ອສາມາດເຂົ້າແຂ່ງຂັນໃນ  World Cup ຍິງ 2023 ຢູ່ ອົດສະຕາລີ ແລະ ນິວຊີແລນ; ພ້ອມທັງເນັ້ນໜັກວ່າ ນີ້ແມ່ນໄຊຊະນະຄັ້ງປະຫວັດສາດຂອງກິລາບານເຕະ ຫວຽດນາມ. FIFA ໃຫ້ຮູ້ວ່າ ຫວຽດນາມ ໄດ້ກາຍເປັນທິມບານເຕະຍິງທິມທີ 5 ຂອງ ອາຊີ ສາມາດເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ World Cup ຍິງ 2023.

ບົດຂຽນທີ່ໄດ້ເອົາລົງໃນເວັບໄຊ outlookindia.com ໄດ້ເນັ້ນໜັກວ່າ ທິມບານເຕະຍິງ ຫວຽດນາມ ໄດ້ສ້າງປະຫວັດສາດ ເມື່ອສາມາດເຂົ້າແຂ່ງຂັນທີ່ຮອບຊິງຊະນະເລີດ World Cup ຍິງ 2023 ຢູ່ ອົດສະຕາລີ ແລະ ນິວຊີແລນ, ພາຍຫຼັງເອົາໄຊຊະນະຕໍ່ທິມບານເຕະ ໄຕເປ (ຈີນ) 2 ປະຕູຕໍ່ 1 ໃນຮອບຄັດເລືອກຢູ່ນະຄອນ Mumbai, ອິນເດຍ.


ຕອບກັບ

ຂ່າວ/ບົດ​ອື່ນ