ສື່ມວນຊົນສາກົນ ຕີລາຄາສູງເລື່ອງອາເມລິກາດຳເນີນການແກ້ໄຂທາດພິດສີສົ້ມຢູ່ ຫວຽດນາມ

ສື່ມວນຊົນສາກົນ ຕີລາຄາສູງເລື່ອງອາເມລິກາດຳເນີນການແກ້ໄຂທາດພິດສີສົ້ມຢູ່ ຫວຽດນາມ - ảnh 1
ສະຫນາມບິນ Da Nang ຖືກຜົນສະທ້ອນຈາກທາດພິດສີສົ້ມ/dioxin
ພາບ: internet

(vovworld) -  ​ຂ່າວ​ສາກົນ​​ທ້າຍ​ອາທິດ​​ໃນ​ເວັບ​ໄຊ MVS ຂອງ​ ​ເມກ​ຊີ​ໂກ ​ໃດ້​​ໃຫ້ຂ່າວ ​ແລະ  ຮູບ​ພາບ​ກ່ຽວ​ກັບ​ເລື່ອງ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ການ​ລ້າງ​ທາດ​ພິດ​ສີ​ສົ້ມ/dioxin ຢູ່​ຖານ​ທີ່​ໝັ້ນ​​ເກົ່າ​ຂອງກອງທັບ​ອາກາດ​​ທີ່ ນະຄອນ Da Nang, ຫວຽດນາມ ​ແລະ ​ເນັ້ນ​ຫນັກ​ວ່າ : ສຸດ​ທ້າຍ​ ລັດຖະບານ ອາ​ເມ​ລິ​ກາ ກໍ​ເລີ່​ມຕົ້ນ​ດຳ​ເນີນ​ວຽກ​ງານ​ດັ່ງກ່າວ. ນອກ​ນັ້ນ​ເວັບ​​ໄຊດັ່ງກ່າວ​ຍັງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 1989, ວໍ​ຊິງ​ຕັນ ​ໄດ້​ຫນູນ​ຊ່ວຍ​ຈຳນວນ​ເງິນ 54 ລ້ານ USD ​ໃຫ້​ແກ່​ຄົນ​ພິການ ຫວຽດນາມ ​ແລະ ຄາດ​ວ່າ ຈະ​ສະຫນອງ​​ເງິນ​ຈຳນວນ​ປະມານ 20 ລ້ານ USD ​ໃຫ້​ແກ່​ແຜນການ​ແກ້​ໄຂ​ທາດ​ພິດ​ສີ​ສົ້ມ/dioxin ຢູ່ Da Nang ​ແລະ ບາງ​ໂຄງການ​ອື່ນໆ​ທີ່​ກ່ຽວຂ້ອງ​ເຖິງ​ຄົນ​ພິການ​ໃນ​ປີ 2012. ສື່​ເອ​ເລັກ​ໂຕ​ນິກ “Le Grand Soir” ຂອງ​ສະ​ວິດ​ສະບັບ​ອອກ​ຫວ່າງ​ແລ້ວ​ນີ້​ກໍ​ລົງ​ພິມ​ບົດ​ຂຽນ​ຂອງ​ນັກ​ຂ່າວ Andre Bouny ປະທານ​ຄະນະ​ກຳມະການ​ສາກົນ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/dioxin ຫວຽດນາມ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດນາມ ພາຍຫລັງ​ເຄິ່ງສັດຕະວັດ”. ກ່ອນ​ຫນ້າ​ນັ້ນ ວັນ​ທີ 9/8 ຢູ່ ສະຫນາມ​ບິນ Da Nang, ທ່ານ David Shear ​​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ​ປະຈຳ ຫວຽດນາມໄດ້​ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ໂຄງການ​ແກ້​ໄຂ​ ​ມົນ​ລະ​ມິດສິ່ງ​ແວດ​ລ້ອມ dioxin. ​ໂຄງການ​ລ​ວມມູນ​ຄ່າ 43 ລ້ານ USD ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ໃນ​​ໄລຍະ 4 ປີ ​ໃນ​ເນື້ອ​ທີ່​ປະມານ 19 ລ້ານ​ເຮັກຕາ.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ