ສື່​ມວນ​ຊົນ​ສາກົນ: ສັບປະດາ​ໄຊຊະນະ​ ​ໃນ​ການ​ຕໍ່ສູ້ປ້ອງກັນ ​ແລະ ຕ້ານ​ໂລກລະບາດ​ໂຄ​ວິດ - 19 ຂອງຫວຽດນາມ

(VOVWORLD) -   ວັນທີ 23 ເມສາ ແມ່ນມື້ທີ 7 ຢ່າງລຽນຕິດ ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ. ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 22 ເມສາ, ລັດຖະບານຫວຽດນາມ ໄດ້ປະກາດຫຼຸດຜ່ອນບັນດາມາດຕະການແຍກຫ່າງໃນສັງຄົມ. ບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຕໍ່ສູ້ປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ພວມໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກຫາງສຽງສາກົນ.

        ສໍານັກຂ່າວສານ AFP ຂອງຝລັ່ງ ໄດ້ລົງບົດຂຽນກ່ຽວກັບບັນດາມາດຕະການຫຼຸດຜ່ອນການແຍກຫ່າງສັງຄົມໄດ້ເລີ່ມປະຕິບັດແຕ່ວັນທີ 23 ເມສາ, ດ້ວຍການຢັ້ງຢືນຂອງນັກຊ່ຽວຊານທີ່ຖືວ່າ ບັນດາມາດຕະການຮັບມືອັນຂ້ຽວຂາດຂອງຫວຽດນາມ ເຊິ່ງລວມທັງການແຍກຕົວເປັນວົງກວ້າງ, ຕິດຕາມ, ຄວບຄຸມບັນດາກໍລະນີຕິດເຊື້ອ ແລະ ປັດໄຈປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນຜົນສໍາເລັດຂອງຫວຽດນາມໃນການຄວບຄຸມໂລກລະບາດ.

        “ສັບປະດາໄຊຊະນະ ໃນການຕໍ່ສູ້ປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ຢູ່ຫວຽດນາມ” ແມ່ນຫົວຂໍ້ຂອງບົດຂຽນທີ່ໄດ້ລົງໃນໜັງສືພິມຂອງສໍານັກຂ່າວສານ ກູບາ (Prensa Latina) ໂດຍໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຕໍ່ສູ້ປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.  

        ໃນວັນດຽວກັນ, ເວັບໄຊ Forbes.com ຢູ່ອາເມລິກາ ໄດ້ລົງບົດຂຽນຂອງນັກຊ່ຽວຊານ Mark Travers, ໃນນັ້ນ ໄດ້ຄັດສະເໜີໝາກຜົນຂອງການສໍາຫຼວດຫາງສຽງຄັ້ງຫຼ້າສຸດຂອງ YouGov, ໂດຍຊີ້ໃຫ້ເຫັນວ່າ ຫວຽດນາມແມ່ນປະເທດນໍາໜ້າບັນຊີລາຍຊື່ບັນດາປະເທດທີ່ມີຈໍານວນປະຊາຊົນສະໜັບສະໜູນມາດຕະການຮັບມືຂອງລັດຖະບານ ສໍາລັບໂລກລະບາດໂຄວິດ - 19 ຫຼາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ