ສື່ມວນຊົນສາກົນ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນກາຍເປັນໂຮງງານຂອງໂລກ

(VOVWORLD) - ໂລກລະບາດໂຄວິດ-19 ພວມຍູ້ໄວວິວັດການຫັນປ່ຽນສະຖານທີ່ການຜະລິດ ແລະ ຫວຽດນາມ ມີບາງທ່າໄດ້ປຽບດ້ວຍລະດັບມະຫາພາກ ເພື່ອຍາດແຍ່ງໂອກາດນີ້, ກໍ່ຄືຮັບຕ້ອນເອົາບັນດາບໍລິສັດທີ່ຍ້າຍຮາກຖານການຜະລິດມາ ຫວຽດນາມ. 
ສື່ມວນຊົນສາກົນ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນກາຍເປັນໂຮງງານຂອງໂລກ - ảnh 1(ພາບປະກອບ/TTXVN)

  ນັ້ນແມ່ນຂໍ້ສັງເກດໃນບົດຂຽນ ທີ່ຫາກໍ່ເອົາລົງໃນເວັບໄຊ seekingalpha.com . ຕາມບົດຂຽນແລ້ວ, ເຖິງວ່າບໍ່ໃຫຍ່ເກີນໄປກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ພວມເຕີບໂຕໄວດ້ວຍລະດັບປະມານ 6 – 7% ໃນຫລາຍປີຜ່ານມາ ແລະ ຫວຽດນາມ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນພາກພື້ນ ແລະ ພວມເຕີບໂຕໄວກ່ວາຫລາຍ ເມື່ອທຽບໃສ່ກັບປະເທດອື່ນໆ. ບົດຂຽນໄດ້ຕີລາຄາວ່າ ເມື່ອທຽບໃສ່ກັບບາງປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມ ມີພື້ນຖານເສດຖະກິດຫລາຍຮູບຫລາຍແບບກ່ວາ. ບົດຂຽນໄດ້ສະຫລຸບວ່າ ດ້ວຍດ້ານຕັ້ງໜ້າທັງໝົດເຫຼົ່ານັ້ນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນກາຍເປັນໂຮງງານຜະລິດຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ