ສື່ມວ​ນ​ຊົນ​ສາ​ກົນ: “ຫວຽດ​ນາມ - ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽ​ວຍອ​ດ​ຣິດ​ຂອງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”

(VOVWORLD) - ດ້ວຍທ່າແຮງທີ່ມີທັດສະນີຍະພາບຫຼາຍຮູບຫຼາຍແບບ, ນາຂັ້ນໄດຢູ່ເທິງພູ, ມີບັນດານະຄອນທີ່ຄຶກຄື້ນ ແລະ ນະໂຍບາຍກ່ຽວກັນການອະນຸຍາດພັກເຊົາກໍສະດວກສະບາຍນັ້ນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້.

ໂດຍນອນໃນ Top 10 ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈໃນລະດູຮ້ອນຢູ່ ອາຊີ, Top 15 ນະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດໃນ ອາຊີ, ມໍລະດົກ UNESCO ປະທັບໃຈທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນບັນດາຂໍ້ສັງເກດຂອງສື່ມວນຊົນສາກົນທີ່ມີຕໍ່ ຫວຽດນາມ ຫວ່າງມໍ່ໆມານີ້, ເຊິ່ງເປັນການຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ນັບມື້ນັບມີຄວາມດູດດື່ມໃນແຜນທີ່ທ່ອງທ່ຽວສາກົນ.

    “ຂ້າພະເຈົ້າມີຄວາມປະທັບໃຈແທ້ໆສຳລັບຄວາມສະໜິດສະໜົມ, ຄວາມຮັກແພງແຂກຄົນ ແລະ ຮອຍຍິ້ມຂອງປະຊາຊົນ ຫວຽດນາມ. ເມື່ອມາທ່ຽວ ຫວຽດນາມ, ພວກຂ້າພະເຈົ້າ ຮູ້ສຶກວ່າ ບໍ່ມີສິ່ງກີດຂວາງໃດໆກ່ຽວກັບພາສາ. ທິດທັດທຳມະຊາດ ກໍສວຍງາມທີ່ສຸດ. ຫວຽດນາມ ແມ່ນປະເທດທີ່ສວຍງາມແທ້ໆ.”

    “ປະຊາຊົນ ຫວຽດນາມ ແມ່ນຜູ້ໃຈດີ ແລະ ຮັກແພງແຂກ. ເຂົາເຈົ້າພ້ອມແລ້ວທີ່ຈະສະເໜີຊ່ວຍເຫຼືອພວກຂ້າພະເຈົ້າ ແລະ ແນ່ນອນວ່າ ທັດສະນີຍະພາບ ແລະ ອາຫານການກິນຢູ່ ຫວຽດນາມ ກໍສຸດຍອດຫຼາຍ”.

    ຫວ່າງມໍ່ໆມານີ້, ວາລະສານ Deutsche Welle ຂອງ ເຢຍລະມັນ ກໍໄດ້ລົງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ ເປັນສະຖານທີ່ທ່ອງທ່ຽວໃໝ່ຍອດຮິດຂອງອາຊີຕາເວັນອອກສ່ຽງໃຕ້”. ບົດຂຽນ ໄດ້ຕີລາຄາວ່າ ດ້ວຍທ່າແຮງທີ່ມີທັດສະນີຍະພາບຫຼາຍຮູບຫຼາຍແບບ, ນາຂັ້ນໄດຢູ່ເທິງພູ, ມີບັນດານະຄອນທີ່ຄຶກຄື້ນ ແລະ ນະໂຍບາຍກ່ຽວກັນການອະນຸຍາດພັກເຊົາກໍສະດວກສະບາຍນັ້ນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້.

    ໃນຂະນະນັ້ນ, ຊ່ອງຂ່າວສານ NewsAsia ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ກໍ່ໄດ້ຈັດ ຊາປາ (ລາວກາຍ), ບ່ານ່າ (ດ່າໜັງ) ແລະ ດ່າຫຼາດ (ເລິມດົ່ງ) ເຂົ້າໃນ ບັນຊີລາຍຊື່ 10 ສະຖານທີ່ທ່ອງທ່ຽວທີ່ເຢັນສະບາຍ ແລະ ດີທີ່ສຸດໃນລະດູຮ້ອນຢູ່ ອາຊີ.

    ຕາມຂໍ້ມູນຈາກລະບົບຕິດຕາມທ່າອ່ຽງການທ່ອງທ່ຽວຂອງ Google ແລ້ວ, ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ຖືກຊອກຫາຫຼາຍອັນດັບທີ 7  ໃນໄລຍະແຕ່ເດືອນ ມີນາ ຫາ ມິຖຸນາ ແລະ ແມ່ນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ທີ່ນອນໃນບັນຊີລາຍຊື່ 20 ສະຖານທີ່ຖືກຊອກຮູ້ຫຼາຍທີ່ສຸດໃນໂລກ. ບັນດານັກຊ່ຽວຊານທ່ອງທ່ຽວໃຫ້ຂໍ້ສັງເກດວ່າ, ດ້ວຍບັນດານະໂຍບາຍອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວສາກົນ, ກໍຄືຫຼາຍຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ແລະ ການບໍລິການທີ່ເປັນມືອາຊີບ, ການຕ້ອນຮັບແຂກທ່ອງທ່ຽວສາກົນຂອງ ຫວຽດນາມ ໃນປີນີ້ ອາດບັນລຸ 12 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ